Thursday, 18 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ຈັດກອງປະຊຸມໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ຢູ່ ນະຄອນຫຼວງພະບາງ
ວັນທີອອກຂ່າວ: 2018-12-27 09:45:21

ເນື້ີອໃນຂ່າວ:

ໃນລະຫວ່າງວັນທີ 12-13 ທັນວາ 2018 ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ (ຕລຊລ) ແລະ 3 ບໍລິສັດຫຼັກຊັບ ຄື: ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນຂຶ້ນ 2 ຄັ້ງ ຄື: ໃນຕອນເຊົ້າຂອງວັນທີ 12 ທັນວາ 2018 ໄດ້ຈັດກອງປະຊຸມສໍາມະນາໃນຫົວຂໍ້ “ການລະດົມທຶນຈາກມວນຊົນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ” ທີ່ ຫ້ອງປະຊຸມໃຫຍ່ ທະນາຄານແຫ່ງ ສປປ ລາວ ສາຂານະຄອນຫຼວງພະບາງ ໃຫ້ແກ່ບັນດາວິສາຫະກິດ, ສະຖາບັນການເງິນ, ອົງການປະກັນສັງຄົມ ແລະ ພະແນກການຕ່າງໆພາຍໃນແຂວງຫຼວງພະບາງ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 92 ທ່ານ, ໂດຍໃຫ້ກຽດການເປັນປະທານຮ່ວມຂອງ ທ່ານ ນ. ຄຳຫຼ້າ ເຮືອນມະນີວົງ ຮອງຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂານະຄອນຫຼວງພະບາງ ແລະ ເຂົ້າຮ່ວມໂດຍ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ ແລະ ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ ຕລຊລ. ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການບັນຍາຍຈາກນັກວິທະຍາກອນ ໃນ 4 ຫົວຂໍ້ ຄື: 1. ການລະດົມທຶນຈາກມວນຊົນ ຢູ່ ສປປ ລາວ; 2. ຜົນປະໂຫຍດ ແລະ ການເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ; 3. ການກຽມຄວາມພ້ອມ ເພື່ອລະດົມທຶນຈາກມວນຊົນ; 4. ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ.

ພ້ອມດຽວກັນນັ້ນ, ໃນຕອນບ່າຍຂອງວັນທີ 13 ທັນວາ 2018 ສຄຄຊ ຍັງໄດ້ຮ່ວມກັບພາກສ່ວນກ່ຽວ ຂ້ອງຈັດກອງປະຊຸມສຳມະນາ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ” ຂຶ້ນທີ່ສະໂມສອນຂອງມະຫາວິທະຍາໄລສຸພານຸວົງ ໃຫ້ແກ່ພະນັກງານຄູອາຈານ ແລະ ນັກສຶກສາ ຈາກ 3 ພາກສ່ວນ ຄື: ມະຫາວິທະຍາໄລສຸພານຸວົງ, ວິທະຍາໄລສ້າງຄູຫຼວງພະບາງ ແລະ ວິທະຍາໄລການເງິນພາກເໜືອ ນະຄອນຫຼວງພະບາງ, ໂດຍການເປັນປະທານຂອງ ທ່ານ ຮອງສາດສະດາຈານ ວິໄຊ ຈັນແສງສະຫວ່າງ ວ່າການອາທິການບໍດີ ມະຫາວິທະຍາໄລສຸພານຸວົງ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 432 ທ່ານ. ກອງປະຊຸມໄດ້ຮັບຟັງການບັນຍາຍ ໃນ 3 ຫົວຂໍ້ ຄື: 1. ພາບລວມຂອງຕະຫຼາດທຶນລາວ; 2. ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ; 3. ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ.

ທັງສອງກອງປະຊຸມໄດ້ເຮັດໃຫ້ນັກສຳມະນາກອນທີ່ເຂົ້າຮ່ວມໄດ້ຮັບຊາບໃນຫຼາຍບັນຫາກ່ຽວກັບວຽກງານຕະຫຼາດທຶນ ເປັນຕົ້ນແມ່ນ ພາລະບົດບາດຂອງຕະຫຼາດທຶນ ໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ເງື່ອນໄຂການອອກຈຳໜ່າຍຮຸ້ນ ແລະ ຮຸ້ນກູ້, ການນຳໃຊ້ ຕລຊລ ເປັນທາງເລືອກໃນການລະດົມທຶນ ແລະ ລົງທຶນ, ຊຶ່ງໄດ້ລົງເລິກອະທິບາຍລະອຽດກ່ຽວກັບມາດຖານ, ເງື່ອນໄຂ ແລະ ຂັ້ນຕອນ ຂອງບໍລິສັດທີ່ຈະເຂົ້າຈົດທະບຽນໃນ ຕລຊລ, ພ້ອມດ້ວຍຜົນປະໂຫຍດແກ່ບໍລິສັດທີ່ຈະໄດ້ຮັບຈາກການເຂົ້າຈົດທະບຽນ. ນອກນັ້ນ ວິທະຍາກອນກໍ່ຍັງໄດ້ຍົກໃຫ້ເຫັນກ່ຽວກັບຂັ້ນຕອນການເປີດບັນຊີຊື້-ຂາຍຫຼັກຊັບ, ວິທີການສົ່ງຄຳສັ່ງຊື້-ຂາຍຫຼັກຊັບ ແລະ ຜົນປະໂຫຍດທີ່ຜູ້ລົງທຶນຈະໄດ້ຮັບຈາການລົງທຶນໃນຫຼັກຊັບ ຄື: ເງິນປັນຜົນ, ກຳໄລຈາກສ່ວນຕ່າງຂອງການຊື້-ຂາຍ, ສິດໃນການຈອງຊື້ຫຼັກຊັບອອກໃໝ່ ແລະ ສິດໃນການເຂົ້າຮ່ວມ ແລະ ອອກສຽງໃນກອງປະຊຸມຜູ້ຖືຮຸ້ນ.

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ມີການແລກປ່ຽນຄຳເຫັນຢ່າງກົງໄປກົງມາ ລະຫວ່າງ ນັກສຳມະນາກອນ ແລະ ວິທະຍາກອນຈາກແຕ່ລະພາກສ່ວນ, ຊຶ່ງໄດ້ເຮັດໃຫ້ນັກສຳມະນາກອນມີຄວາມເຂົ້າໃຈຫຼາຍຂຶ້ນ ແລະ ສາມາດເປັນສ່ວນໜຶ່ງໃນການປະກອບສ່ວນເຂົ້າໃນການຊຸກຍູ້ວຽກງານຕະຫຼາດທຶນຂອງ ສປປ ລາວ ມີການພັດທະນາເທື່ອລະກ້າວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.