Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ເປີດກອງປະຊຸມສຳມະນາທົບທວນລະບຽບໃຫ້ແກ່ນັກວິຊາຊີບທຸລະກິດຫຼັກຊັບ
ວັນທີອອກຂ່າວ: 2018-12-10 09:50:00

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 24 ພະຈິກ 2018 ທີ່ຫ້ອງປະຊຸມໃຫຍ່ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ເປີດກອງປະຊຸມທົບທວນລະບຽບກ່ຽວຂ້ອງກັບວຽກງານຕະຫຼາດທຶນໃຫ້ແກ່ນັກວິຊາຊີບທຸລະກິດຫຼັກຊັບ 4 ບໍລິສັດຫຼັກຊັບ ຄື: ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫຼັກຊັບລ້ານຊ້າງ ມະຫາຊົນ, ບໍລິສັດຫຼັກຊັບລາວ-ຈີນ ຈຳກັດ ແລະ ບໍລິສັດຫຼັກຊັບ ເອພີເອັມລາວ ຈຳກັດ. ກອງປະຊຸມ ດັ່ງກ່າວແມ່ນ ສຄຄຊ ໄດ້ຈັດຂຶ້ນທຸກໆປີ, ເພາະອີງຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາຕະຫຼາດທຶນ ໂດຍສະເພາະແມ່ນວຽກງານນິຕິກຳ ກໍ່ຄືກົດລະບຽບຕ່າງໆທີ່ ສຄຄຊ ໄດ້ວາງອອກ ເພື່ອເຮັດໃຫ້ນັກວິຊາຊີບທຸລະກິດຫຼັກຊັບກຳໄດ້ບັນດານິຕິກຳ ແລະ ໃຫ້ບໍລິການແກ່ຜູ້ລົງທຶນໄດ້ຢ່າງຖືກຕ້ອງຕາມລະບຽບການກຳນົດ ແລະ ມີຈັນຍາບັນ.

ກອງປະຊຸມໃນຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້າ ສຄຄຊ ແລະ ມີນັກສຳມະນາກອນຈາກ 4 ບໍລິສັດຫຼັກຊັບເຂົ້າຮ່ວມລວມທັງໝົດ ຫຼາຍກວ່າ 15 ທ່ານ.

ພ້ອມນີ້ ຫຼັງຈາກສຳເລັດກອງປະຊຸມສຳມະນາແລ້ວ ນັກສຳມະນາກອນທຸກທ່ານຍັງໄດ້ເຂົ້າຮ່ວມຕອບຄຳຖາມໃນໃບສອບຖາມ ເພື່ອປະເມີນຜົນທີ່ໄດ້ຮັບການເຂົ້າຮ່ວມກອງປະຊຸມສຳມະນາໃນຄັ້ງນີ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.