Thursday, 18 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ ຄັ້ງທີ II ປະຈໍາປີ 2018
ວັນທີອອກຂ່າວ: 2018-10-02 13:09:46

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງ ວັນທີ 26 ກັນຍາ 2018, ກອງປະຊຸມ ຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈໍາປີ 2018, ໄດ້ຈັດຂຶ້ນທີ່ຫ້ອງປະຊຸມໃຫຍ່ ຊັ້ນ IV ທຫລ, ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການເງິນ, ປະທານ ຄຄຊ, ພ້ອມດ້ວຍ ບັນດາຄະນະ ຄຄຊ, ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຫລາຍກ່ວາ 20 ທ່ານ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການລາຍງານຈາກ ທ່ານ ນ. ສາຍສະໝອນ ຈັນທະຈັກ, ຫົວໜ້າສໍານັກງານ ຄຄຊ ແລະ ຄະນະສໍານັກງານ ກ່ຽວກັບການຈັດຕັ້ງມະຕິກອງປະຊຸມ ຄຄຊ ຄັ້ງທີ I ປີ 2018, ການເຄື່ອນໄຫວວຽກງານ ສຄຄຊ ປະຈໍາ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2018, ລາຍງານຄວາມຄືບໜ້າກ່ຽວກັບການກະກຽມສະໝັກເຂົ້າເປັນສະມາຊິກຂອງອົງການຄຸ້ມຄອງວຽກງານຫຼັກຊັບສາກົນ (IOSCO), ການກະກຽມການອອກຈໍາໜ່າຍຮຸ້ນ ແລະ ຈົດທະບຽນ ຂອງວິສາຫະກິດ, ການປັບປຸງຕົວຊີ້ວັດການປົກປ້ອງຜູ້ລົງທຶນລາຍຍ່ອຍ, ແລະ ການນໍາເອົາພັນທະບັດລັດຖະບານເຂົ້າມາຈົດທະບຽນໃນ ຕະຫຼາດຫຼັກຊັບລາວ,. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ຮັບຟັງການລາຍງານຈາກ ທ່ານ ວັນຄໍາ ວໍຣະວົງ, ຜູ້ອໍານວຍການໃຫຍ່ຕະຫຼາດຫຼັກຊັບລາວ ກ່ຽວກັບ ການຈັດຕັ້ງການເຄື່ອນໄຫວວຽກງານ ຕະຫຼາດຫຼັກຊັບລາວ (ຕລຊລ ) ປະຈໍາ 6 ເດືອນຕົ້ນປີ ແລະ ແຜນການເຄື່ອນໄຫວ 6 ເດືອນທ້າຍປີ ແລະ ລາຍງານ ສະຫຼຸບງົບປະມານປະຈໍາປີ 2017 ແລະ ແຜນການນໍາໃຊ້ງົບປະມານ ປະຈໍາປີ 2018 ຂອງ ຕລຊລ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ກໍ່ແມ່ນເພື່ອເປັນການລາຍງານກ່ຽວກັບສະພາບການເຄື່ອນໄຫວຂອງວຽກງານ ທີ່ປິ່ນອ້ອມວຽກງານຫຼັກຊັບ, ເພື່ອນໍາມາປຶກສາຫາລື , ປັບປຸງ ແກ້ໄຂໃຫ້ວຽກງານໄດ້ຮັບການຈັດຕັ້ງປະຕິບັດຕາມແຜນງານທີ່ກໍານົດໄວ້

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.