Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ສືບຕໍ່ໂຄສະນາ ເຜີຍແຜ່ວຽກງານຕະຫຼາດທຶນຢູ່ທີ່ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
ວັນທີອອກຂ່າວ: 2018-08-27 09:02:02

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 22 ສິງຫາ 2018, ທີ່ຫ້ອງປະຊຸມໃຫຍ່ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ກຊສ), ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ ແລະ 3 ບໍລິສັດຫຼັກຊັບຄື: ບໍລິສັດຫຼັກຊັບ ລາວຈີນ ຈໍາກັດ, ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບວຽກງານຕະຫຼາດທຶນ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ”, ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນເນືອງ ນຸດປາທອງ, ຮອງຫົວໜ້າຫ້ອງການ ກຊສ ແລະ ທ່ານ ນ. ນະຄອນສີ ມະໂນທັມ, ຮອງຫົວໜ້າ ສຄຄຊ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ປະກອບມີ ຄະນະກົມ, ຄະນະພະແນກ ແລະ ວິຊາການ ຂອງກະຊວງດັ່ງກ່າວ ຫຼາຍກ່ວາ 100 ທ່ານ.

ໃນກອງປະຊຸມສໍາມະນາດັ່ງກ່າວຍັງໄດ້ຮັບຟັງການບັນຍາຍ ໃນ 03 ເອກະສານຄື: 1. “ພາບລວມຂອງຕະຫຼາດທຶນລາວ”; 2. “ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ” ແລະ 3. “ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ”. ຜ່ານການຮັບຟັງການເຜີຍແຜ່ໃນຄັ້ງນີ້ ໄດ້ເຮັດໃຫ້ບັນດານັກສໍາມະນາກອນ ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບພາລະບົດບາດຂອງຕະຫຼາດທຶນໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການນໍາໃຊ້ຕະຫຼາດທຶນເປັນທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ, ພ້ອມທັງຜົນປະໂຫຍດທີ່ຈະໄດ້ຮັບ.

ໃນກອງປະຊຸມເຜີຍແຜ່ຄັ້ງນີ້ ຍັງໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງ ,ຊຶ່ງໄດ້ເຮັດໃຫ້ນັກສໍາມະນາກອນ ມີຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບວຽກງານຕະຫຼາດທຶນລາວໃນປັດຈຸບັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.