Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຕ່າງໜ້າໃຫ້ ສຳນັກງານຄະນະກຳມະການ ກຳກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບ ແຫ່ງປະເທດໄທ ແລະ ຕະຫຼາດຫຼັກຊັບ ແຫ່ງປະເທດໄທ ມອບເງິນໃຫ້ແກ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອເປັນການຊ່ວຍເຫຼືອໄພພິບັດນ້ຳຖ້ວມຢູ່ບັນດາແຂວງໃນ ສປປ ລາວ ປີ 2018
ວັນທີອອກຂ່າວ: 2018-08-09 15:23:40

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 7 ສິງຫາ 2018 ຢູ່ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີພິທີ ມອບເງິນ ເພື່ອເປັນການຊ່ວຍເຫຼືອໄພພິບັດນ້ຳຖ້ວມຢູ່ບັນດາແຂວງໃນ ສປປ ລາວ ປີ 2018 ຈຳນວນ 3.500.000 ບາດ (ສະກຸນເງິນໄທ) ຫຼື ທຽບເທົ່າ 903.696.768,80 ກີບ. ໃນນີ້ຈາກ ສຳນັກງານຄະນະກຳມະການກຳກັບຫຼັກຊັບ ແລະ ຕະຫຼາດຫຼັກຊັບ ແຫ່ງປະເທດໄທ (ກລຕ) ຈຳນວນ 500.000 ບາດ (ສະກຸນເງິນໄທ) ຫຼື ທຽບເທົ່າ 126.726.768,88 ກີບ ແລະ ຕະ ຫຼາດຫຼັກຊັບແຫ່ງປະເທດໄທ (SET) ຈຳນວນ 3.000.000 ບາດ (ສະກຸນເງິນໄທ) ຫຼື ທຽບເທົ່າ 776.970.000 ກີບ.

ຕາງໜ້າມອບໂດຍ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ), ຕາງໜ້າຮັບໂດຍ ທ່ານ ນ. ໃບຄຳ ຂັດທິຍະ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຊຶ່ງເງິນດັ່ງກ່າວຈະໄດ້ຖືກນຳໃຊ້ເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນທີ່ປະສົບໄພພິບັດນ້ຳຖ້ວມຢູ່ບັນດາແຂວງໃນ ສປປ ລາວ ປີ 2018

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.