Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ພິທີພົບປະກັບສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ
ວັນທີອອກຂ່າວ: 2018-08-03 15:13:51

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 3 ສິງຫາ 2018 ໄດ້ມີພິທີພົບປະກັບສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ຢູ່ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ 8 ຕະຫຼາດຫຼັກຊັບລາວ, ຊຶ່ງນຳໂດຍ ທ່ານ ສາຍທອງ ແກ້ວດວງດີ, ຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການກົດໝາຍ ສະພາແຫ່ງຊາດ, ສະມາຊິກ ສະພາແຫ່ງຊາດ ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ທ່ານ ປຣະຈິດ ໄຊຍະວົງ, ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ 1 ແລະ ສະມາຊິກ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ນະຄອນຫຼວງວຽງຈັນ, ປະທານ ສະມາຄົມຜູ້ຈັດສົ່ງສິນຄ້າລະຫວ່າງປະເທດຂອງລາວ ແລະ ທ່ານ ນ. ວາລີ ເວດສະພົງ, ສະມາຊິກ ສະພາແຫ່ງຊາດ ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ 1, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ. ເຂົ້າຮ່ວມໃນພິທີຄັ້ງນີ້ປະກອບມີພະ ນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການຂອງຂະແໜງການຕະຫຼາດທຶນທີ່ມາຈາກ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ຕະຫຼາດຫຼັກຊັບລາວ (ຕລຊລ), ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ຊຶ່ງນຳໂດຍ ທ່ານ ນ. ສາຍສະໝອນ ຈັນທະຈັກ ຄະ ນະພັກ ທະນາຄານແຫ່ງ ສປປ ລາວ, ຫົວໜ້າ ສຄຄຊ ແລະ ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ ຕລຊລ ແລະ ຄະນະອຳນວຍການຂອງ 3 ບໍລິສັດຫຼັກຊັບດັ່ງກ່າວ.

ຈຸດປະສົງຂອງພິທີໃນຄັ້ງນີ້ ແມ່ນເປັນການພົບປະບັນດາພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການຂອງຂະແໜງການຕະຫຼາດທຶນ ເພື່ອຮັບຟັງການເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I, ພ້ອມກັນນັ້ນ ຍັງຈະໄດ້ຮັບຟັງຄໍາຄິດເຫັນ, ຄໍາສະເໜີ ຂອງບັນດາທ່ານທີ່ເຂົ້າຮ່ວມ ກໍ່ຄື ຜູ້ມີສິດເລືອກຕັ້ງ ຕໍ່ການຈັດຕັ້ງປະຕິບັດແຜນພັດທະນາເສດະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ບັນດາບັນຫາພົ້ນເດັ່ນຕ່າງໆໃນສັງຄົມ.

ໃນພິທີໃນຄັ້ງນີ້ ໄດ້ມີການແລກປ່ຽນຄຳຄິດເຫັນລະຫວ່າງ ສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ແລະ ພະນັກງານຫຼັກແຫຼ່ງ ແລະ ພະນັກງານວິຊາການຂອງຂະແໜງການຕະຫຼາດທຶນຢ່າງກົງໄປກົງມາ ແລະ ມີຊີວິດຊີວາ ເຊິ່ງເຮັດໃຫ້ພິທີພົບປະໃນຄັ້ງນີ້ໄດ້ຮັບຜົນສຳເລັດເປັນຢ່າງດີຕາມຈຸດປະສົງລະດັບຄາດໝາຍ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.