Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຄະນະກຳມະການຄຸ້ມຄອງຫຼັກຊັບ ແຫ່ງປະເທດໄທ ແລະ ຕະຫຼາດຫຼັກຊັບ ແຫ່ງປະເທດໄທ ຮ່ວມສົ່ງກຳລັງໃຈໃຫ້ຜູ້ປະສົບໄພ ທີ່ ແຂວງອັດຕະປື
ວັນທີອອກຂ່າວ: 2018-08-03 15:00:33

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 1 ສິງຫາ 2018 ຢູ່ທີ່ ຄະນະກຳມະການຄຸ້ມຄອງຫຼັກຊັບ ແຫ່ງປະເທດໄທ (ກລຕ) ໄດ້ມີພິທີມອບເງິນໃຫ້ແກ່ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຈຳນວນ 3.500.000 ບາດ (ສະກຸນເງິນໄທ) ຈາກ ກລຕ ແລະ ຕະຫຼາດຫຼັກຊັບແຫ່ງ ປະເທດໄທ (SET) ເພື່ອສົ່ງມອບຕໍ່ໃຫ້ແກ່ຜູ້ປະສົບໄພ ທີ່ແຂວງອັດຕະປື, ສປປ ລາວ. ຕ່າງໜ້າຮັບໂດຍ ທ່ານ ນ. ສາຍສະໝອນ ຈັນທະຈັກ ແລະ ຕ່າງໜ້າມອບໂດຍ ທ່ານ ຣະພີ ສຸຊາຣິຕະກຸນ ຫົວໜ້າຄະນະກຳມະການຄຸ້ມຄອງຫຼັກຊັບ ແຫ່ງປະເທດໄທ ຮ່ວມບໍລິຈາກ ຈຳນວນ 500.000 ບາດ (ສະກຸນເງິນໄທ) ແລະ ທ່ານ ພາກອນ ພິຕະທະວັດໄຊ ກຳມະການ ແລະ ຜູ້ຈັດການ SET ຮ່ວມບໍລິຈາກ ຈຳນວນ 3.000.000 ບາດ (ສະກຸນເງິນໄທ).

ໃນພິທີດັ່ງກ່າວ ທ່ານ ນ. ສາຍສະໝອນ ຈັນທະຈັກ ໄດ້ສະແດງຄວາມຂອບໃຈ ກລຕ ແລະ SET ທີ່ໄດ້ຮ່ວມສົ່ງກຳລັງໃຈ ແລະ ຮ່ວມບໍລິຈາກເງິນຈຳນວນດັ່ງກ່າວ ເພື່ອບັນເທົາຄວາມທຸກໂສກ ແລະ ປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນທີ່ປະສົບໄພ ຢູ່ ແຂວງອັດຕະປື.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.