Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ແລະ ບໍລິສັດຫຼັກຊັບຈາກ ສປ.ຈີນ ຮ່ວມກັນຈັດສຳມະນາ
ວັນທີອອກຂ່າວ: 2018-07-17 10:09:13

ເນື້ີອໃນຂ່າວ:

ໃນວັນທີ 27-29 ມິຖຸນາ 2018 ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ບໍລິສັດຫຼັກຊັບ ປາຊີຟິກ ຮຸ້ນສ່ວນຈຳກັດ ຈາກ ສປ.ຈີນ ໄດ້ຮ່ວມກັນຈັດກອງປະຊຸມສຳມະນາ ໃນຫົວຂໍ້ “ບົດບາດຂອງບໍລິສັດຫຼັກຊັບໃນການຊອກຫາ ແລະ ດຶງດູດບໍລິສັດເຂົ້າມາຈົດທະບຽນໃນຕະຫຼາດຫຼັກຊັບ ແລະ ກົນໄກການຈັດຕັ້ງປະຕິບັດການຊື້-ຂາຍຫຼັກຊັບໂດຍບໍ່ວາງເງິນມັດຈຳລ່ວງໜ້າ, ການກູ້ຢືມເພື່ອລົງທຶນໃນຫຼັກຊັບ ແລະ ການສ້າງສະພາບຄ່ອງໃຫ້ແກ່ຕະຫຼາດຫຼັກຊັບລາວ” ທີ່ຫ້ອງປະຊຸມໃຫຍ່ ສຄຄຊ ພາຍໃຕ້ການເປັນປະທານຂອງ ທ່ານ ສຽວສະຫວາດ ທີລະກຸນ ຮອງຫົວໜ້າ ສຄຄຊ ແລະ ມີຕາງໜ້າເຂົ້າຮ່ວມຈາກ ຕະຫຼາດຫຼັກຊັບລາວ ແລະ ບັນດາບໍລິສັດຫຼັກຊັບໃນຕະຫຼາດທຶນລາວ ຫຼາຍກວ່າ 30 ທ່ານ.

ຈຸດປະສົງໃນການຈັດກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ໃຫ້ນັກສຳມະນາກອນກ່ຽວກັບປະຫວັດຄວາມເປັນມາຂອງການພັດທະນາຕະຫຼາດທຶນ ລວມເຖິງ ບົດຮຽນໃນການຈັດຕັ້ງປະຕິບັດຕົວຈິ່ງໃນການຄຸ້ມຄອງ ແລະ ການບໍລິການໃນຕະຫຼາດທຶນ ສປ.ຈີນ, ຊຶ່ງສາມາດນຳມາເປັນບ່ອນອີງໃຫ້ແກ່ການພັດທະນາຕະຫຼາດທຶນລາວໃນອານາຄົດອັນໃກ້.

ໃນກອງປະຊຸມຄັ້ງນີ້ ນັກສຳມະນາກອນໄດ້ຮັບຟັງການບັນຍາຍຈາກນັກວິທາຍາກອນທີ່ມີປະສົບການທີ່ມາຈາກ ບໍລິສັດຫຼັກຊັບ ປາຊີຟິກ ຮຸ້ນສ່ວນຈຳກັດ ເປັນຕົ້ນແມ່ນ ທ່ານ ນ. ຄາງຈິ້ງ ຜູ້ອຳນວຍການໃຫຍ່ດ້ານການປະຕິບັດຕາມລະບຽບກົດໝາຍ, ທ່ານ ຫູ ເຫວີຍ ຫົວໜ້າພະແນກການປະຕິບັດຕາມລະບຽບກົດໝາຍ, ທ່ານ ນ. ຫຼີ້ ແສ ເສນ ຫົວໜ້າພະແນກຄຸ້ມຄອງການຊື້-ຂາຍຫຼັກຊັບ ແລະ ທ່ານ ຈ່າງ ອ້າຍ ອູ ຮອງຫົວໜ້າພະແນກຄຸ້ມຄອງຄວາມສ່ຽງ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.