Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ສືບຕໍ່ໂຄສະນາ ເຜີຍແຜ່ວຽກງານຕະຫຼາດທຶນຢູ່ທີ່ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ
ວັນທີອອກຂ່າວ: 2018-06-21 12:41:53

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 20 ມິຖຸນາ 2018, ທີ່ສະໂມສອນໃຫຍ່ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ ແລະ 3 ບໍລິສັດຫຼັກຊັບຄື: ບໍລິສັດຫຼັກຊັບ ລາວຈີນ ຈໍາກັດ, ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບວຽກງານຕະຫຼາດທຶນ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ”, ໂດຍການເປັນປະທານຮ່ວມຂອງ ທ່ານ ທຸມມີ ທໍາມະວົງ, ຫົວໜ້າຫ້ອງການ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ , ທ່ານ ນ. ສາຍສະໝອນ ຈັນທະຈັກ, ຫົວໜ້າ ສຄຄຊ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ປະກອບມີ ຄະນະກົມ, ຄະນະພະແນກ ແລະ ວິຊາການຂອງຄະນະກວດກາສູນກາງພັກ ຫຼາຍກ່ວາ 100 ທ່ານ.

ໃນກອງປະຊຸມສໍາມະນາດັ່ງກ່າວໄດ້ຮັບຟັງການບັນຍາຍ ໃນ 03 ເອກະສານຄື: 1. “ພາບລວມຂອງຕະຫຼາດທຶນລາວ”; 2. “ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ” ແລະ 3. “ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ”. ຜ່ານການຮັບຟັງການເຜີຍແຜ່ໃນຄັ້ງນີ້ ໄດ້ເຮັດໃຫ້ບັນດານັກສໍາມະນາກອນມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນ ເປັນຕົ້ນແມ່ນ ພາລະບົດບາດຂອງຕະຫຼາດທຶນໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການນໍາໃຊ້ຕະຫຼາດທຶນເປັນທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ, ພ້ອມທັງຜົນປະໂຫຍດທີ່ຈະໄດ້ຮັບຈາກການລົງທຶນໃນຮຸ້ນ.

ໃນຕອນທ້າຍຂອງກອງປະຊຸມສໍາມະນາຄັ້ງນີ້ ຍັງໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ເປັນກຽດຕອບຄໍາຖາມຂໍ້ຂອງໃຈກ່ຽວກັບວຽກງານຕະຫຼາດທຶນ ໂດຍ ທ່ານ ຫົວໜ້າ ສຄຄຊ, ຊຶ່ງເຮັດໃຫ້ນັກສໍາມະນາກອນມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນລາວໃນປະຈຸບັນ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.