Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ຮັບລາງວັນ Green Leadership ແລະ ເຂົ້າຮ່ວມກອງປະຊຸມ ສຸດຍອດການມີສ່ວນຮ່ວມໃນສັງຄົມສາກົນ (ICS) ທີ່ ນະຄອນຫຼວງມະນິລາ, ປະເທດຟີລິບປິນ
ວັນທີອອກຂ່າວ: 2018-06-14 15:02:26

ເນື້ີອໃນຂ່າວ:

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-GEN) ໄດ້ເຂົ້າຮ່ວມຮັບລາງວັນດີເດັ່ນໃນສາຂາ Green Leadership , ຊຶ່ງລາງວັນດັ່ງກ່າວໄດ້ມອບໃຫ້ແກ່ບັນດາວິສາຫະກິດທີ່ໄດ້ປະກອບສ່ວນໃນການເຂົ້າມາມີສ່ວນຮ່ວມຕໍ່ການສົ່ງເສີມຄວາມຍືນຍົງຂອງສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ ພາຍໃຕ້ລາງວັນທຸລະກິດທີ່ມີສ່ວນຮ່ວມຕໍ່ສັງຄົມແຫ່ງອາຊີ (Asia Responsible enterprise Award) ປະຈໍາປີ 2018, ຊຶ່ງລາງວັນດັ່ງກ່າວມອບໂດຍ Enterprise Asia, ພິທີມອບຮັບດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 1 ມິຖຸນາ 2018, ທີ່ ນະຄອນຫຼວງມະນິລາ ປະເທດ ຟີລິບປິນ.

ໃນວັນດຽວກັນນັ້ນ, ທິມງານ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ກໍ່ຍັງໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດການມີສ່ວນຮ່ວມໃນສັງຄົມສາກົນ (ICS) ຊຶ່ງຖືກຈັດຂຶ້ນໃນມື້ດຽວກັນ , ICS ຍັງໄດ້ຮວບຮວມເອົານັກຄິດ, ນັກປະຕິບັດ , ນັກເວົ້າ ແລະ ຜູ້ນໍາດ້ານ Corporate Social Responsible (CRS) ແລະ ໃນກອງປະຊຸມດັ່ງກ່າວ ກໍ່ໄດ້ມີການແລກປ່ຽນບົດຮຽນ ພ້ອມທັງປະກອບຄໍາຄິດເຫັນ CSR ໃນຍຸກປັດຈຸບັນນີ້, ໃນງານດັ່ງກ່າວໄດ້ມີຜູ້ເຂົ້າຮ່ວມຫຼາຍກ່ວາ 250 ທ່ານ, ຈາກ 15 ປະເທດໃນອາຊີ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.