Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມປຶກສາຫາລື 3 ຝ່າຍ ເພື່ອສົ່ງເສີມວຽກງານຕະຫຼາດທຶນ
ວັນທີອອກຂ່າວ: 2018-02-27 09:11:07

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 14 ກຸມພາ 2018 ທີ່ຫ້ອງປະຊຸມໃຫຍ່ ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ເປີດກອງປະຊຸມປຶກສາຫາລືແຜນການຮ່ວມມື 3 ຝ່າຍ ປະຈຳປີ 2018 ລະຫວ່າງ ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ ແລະ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ພາຍຫຼັງທີ່ທັງ 3 ຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັນໃນວັນທີ 20 ພະຈິກ 2017. ໂດຍການເປັນປະທານຂອງ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ໃຫ້ກຽດເຂົ້າຮ່ວມປຶກສາຫາລື ໂດຍທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ ຕະຫຼາດຫຼັກຊັບລາວ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ, ແລະ ພະນັກງານທີ່ກ່ຽວຂ້ອງຫຼາຍກວ່າ 20 ທ່ານ.

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືຮ່ວມກັນກ່ຽວກັບແຜນການຮ່ວມມື 3 ຝ່າຍປະຈຳປີ 2018 ຊຶ່ງປະກອບມີ 3 ໜ້າວຽກຫຼັກຄື: ການແລກປ່ຽນຂໍ້ມູນຂ່າວສານ; ການຈັດກອງປະຊຸມສຳມະນາໃຫ້ຄວາມຮູ້ ແລະ ແລກປ່ຽນບົດຮຽນໃຫ້ແກ່ບັນດາວິສາຫະກິດເພື່ອຊຸກຍູ້ສົ່ງເສີມໃຫ້ວິສາຫະກິດທີ່ມີເງື່ອນໄຂເຂົ້າມາລະດົມທຶນຜ່ານຕະຫຼາດທຶນ ແລະ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ແລະ ຈັດງານສົ່ງເສີມທຸລະກິດເພື່ອເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.