Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ທະນາຄານພັດທະນາອາຊີແລກປ່ຽນບົດຮຽນກ່ຽວກັບຮຸ້ນກູ້
ວັນທີອອກຂ່າວ: 2018-02-27 08:58:38

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງ ວັນທີ 6 ກຸມພາ 2018 ທີ່ຫ້ອງປະຊຸມໃຫຍ່ຊັ້ນ 8 ຕະຫຼາດຫຼັກຊັບລາວ, ທະນາຄານພັດທະນາອາຊີ ຮ່ວມກັບ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຈັດກອງປະຊຸມສໍາມະນາໃນຫົວຂໍ້ “ການອອກຈໍາໜ່າຍຮຸ້ນກູ້”. ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມໂດຍ ທ່ານ ປອ. ອາດສະພັງທອງ ສີພັນດອນ ຄະນະກໍາມະການຄຸ້ມຄອງຫຼັກຊັບ, ຮອງລັດຖະມົນຕີກະຊວງການເງິນ

ຈຸດປະສົງຕົ້ນຕໍກອງປະຊຸມແມ່ນເພື່ອໃຫ້ຮັບຮູ້, ຄວາມເຂົ້າໃຈ ແລະ ຍົກໃຫ້ເຫັນຄວາມສໍາຄັນຂອງຕະຫຼາດພັນທະບັດທີ່ມີຕໍ່ລະບົບເສດຖະກິດໂດຍສະເພາະແມ່ນຮຸ້ນກູ້. ພ້ອມນັ້ນ ໃນກອງປະຊຸມຄັ້ງນີ້ ກໍ່ໄດ້ມີນັກສໍາມະນາກອນເຂົ້າຮ່ວມຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນ ຕາງໜ້າຈາກພາກສ່ວນກົມທີ່ກ່ຽວຂ້ອງຂອງກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ຜູ້ທີ່ມີສ່ວນຮ່ວມໃນຕະຫຼາດທຶນ. ໃນປັດຈຸບັນເຖິງແມ່ນວ່າ ໃນຕະຫຼາດຫຼັກຊັບລາວມີລະບົບແລກປ່ຽນຊື້-ຂາຍ ຮຸ້ນກູ້ ແຕ່ຮຸ້ນກູ້ຍັງບໍ່ຖືກນໍາໃຊ້ຢ່າງກ້ວາງຂວາງ ເນື່ອງຈາກຍັງມີຫຼາຍປັດໃຈຕົ້ນຕໍທີ່ບໍ່ເອື້ອອໍານວຍ ໂດຍສະເພາະແມ່ນຄວາມເຂົ້າໃຈຂອງວິສາຫະກິດຕໍ່ເຄື່ອງມືທາງການເງິນດັ່ງກ່າວ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.