Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ສືບຕໍ່ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນທີ່ກະຊວງພາຍໃນ
ວັນທີອອກຂ່າວ: 2017-08-16 08:59:13

ເນື້ີອໃນຂ່າວ:

ໃນວັນພຸດ ທີ 9 ສິງຫາ 2017 ທີ່ຜ່ານມາ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ຮ່ວມກັບ ຫ້ອງການກະຊວງພາຍໃນ ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ” ໂດຍການເປັນປະທານຮ່ວມຂອງ ທ່ານ ສິງທະວອນ ດາລາວົງ ຫົວໜ້າຫ້ອງການ ກະຊວງພາຍໃນ ແລະ ທ່ານ ນ. ນະຄອນສີ ມະໂນທັມ ຮອງຫົວໜ້າ ສຳນັກງານ ຄຄຊ ແລະ ມີພະນັກງານຈາກ 15 ກົມ ພາຍໃນກະຊວງດັ່ງກ່າວເຂົ້າຮ່ວມທັງໝົດ 106 ທ່ານ.

ຈຸດປະສົງຕົ້ນຕໍໃນການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້ ກໍ່ແມ່ນເພື່ອສ້າງຄວາມຮັບຮູ້ກ່ຽວກັບວຽກງານຕະ ຫຼາດທຶນໃຫ້ແກ່ບັນດາພະນັກງານພາຍໃນກະຊວງພາຍໃນໃຫ້ເລິກເຊິ່ງຂຶ້ນກ່ວາເກົ່າ.

ກອງປະຊຸມໄດ້ຮັບຟັງການບັນຍາຍຈາກວິທະຍາກອນຈາກ ສຳນັກງານ ຄຄຊ, ຕະຫຼາດຫຼັກຊັບລາວ ແລະ ບໍລິ ສັດຫຼັກຊັບ ທຄຕລ-ກທ ຈຳກັດ ໃນ 3 ຫົວຂໍ້ຄື: “ພາບລວມຂອງຕະຫຼາດທຶນລາວ”, “ຕະຫຼາດຫຼັກຊັບລາວທາງເລືອກ ໃໝ່ຂອງການລະດົມທຶນ ແລະ ລົງທຶນ” ແລະ “ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຮຸ້ນ”. ກອງປະຊຸມເຜີຍແຜ່ຄັ້ງນີ້ ໄດ້ເຮັດໃຫ້ພະນັກງານລັດຖະກອນພາຍໃນກະຊວງພາຍໃນມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບການນຳໃຊ້ຕະຫຼາດທຶນເປັນຊ່ອງທາງໃນການລະດົມທຶນ, ລົງທຶນ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຈາກຕະຫຼາດທຶນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.