Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ຄຄຊ ຄັ້ງທີ II ປະຈຳປີ 2017
ວັນທີອອກຂ່າວ: 2017-08-02 09:15:00

ເນື້ີອໃນຂ່າວ:

ໃນວັນທີ 21 ກໍລະກົດ 2017 ກອງປະຊຸມ ຄຄຊ ຄັ້ງທີ II ໄດ້ຖືກຈັດຂຶ້ນທີ່ ຫ້ອງປະຊຸມໃຫຍ່ຊັ້ນ 4 ທຫລ ໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານ ໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ, ພ້ອມດ້ວຍ ທ່ານ ປອ. ສົມພາວ ໄຟສິດ ຜູ້ວ່າ ການ ທຫລ, ຮອງປະທານ ຄຄຊ ຜູ້ປະຈຳການ, ບັນດາຄະນະ ຄຄຊ ແລະ ພະນັກງານທີ່ກ່ຽວຂ້ອງ ລວມທັງໝົດຫຼາຍກວ່າ 30 ທ່ານ

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງຕາງໜ້າຈາກບໍລິສັດຈົດທະບຽນ ລາຍງານສະພາບການເຄື່ອນໄຫວວຽກງານກ່ຽວກັບຜົນດີ ແລະ ຂໍ້ຫຍຸ້ງຍາກໃນການເປັນບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ. ກອງປະຊຸມໄດ້ຮັບຟັງການລາຍງານຈາກ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານ ຄຄຊ ກ່ຽວກັບການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມ ຄຄຊ ຄັ້ງຜ່ານມາ, ຄວາມຄືບໜ້າກ່ຽວກັບການກະກຽມອອກຈຳໜ່າຍຮຸ້ນຂອງບໍລິສັດຈຳນວນໜຶ່ງ, ການສ້າງບັນຊີລາຍຊື່ເປົ້າໝາຍບໍລິສັດຈົດທະບຽນ ແລະ ບັນຫາອື່ນໆ. ພ້ອມນັ້ນ ກອງປະຊຸມຍັງໄດ້ຮັບຟັງການລາຍງານຈາກ ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ຕະຫຼາດຫຼັກຊັບລາວ ກ່ຽວກັບສະພາບການຊື້-ຂາຍຮຸ້ນ ປະຈຳ 6 ເດືອນຕົ້ນປີ 2017 ຂອງຕະຫຼາດຫຼັກຊັບລາວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.