Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ການຈັດກອງປະຊຸມສໍາມະນາ ໃນ 2 ຫົວຂໍ້: “ກອງທຶນໂຄງລ່າງພື້ນຖານ ແລະ ຜູ້ເບິ່ງແຍງກອງທຶນ” ແລະ “ການຄຸ້ມຄອງບໍລິຫານເພື່ອພັດທະນາວຽກງານຕະຫລາດທຶນ”
ວັນທີອອກຂ່າວ: 2017-06-19 14:17:01

ເນື້ີອໃນຂ່າວ:

ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບ (ສຄຄຊ) ຮ່ວມກັບ ຕະຫລາດຫລັກຊັບແຫ່ງປະເທດໄທ (ຕລທ) ໄດ້ຈັດກອງປະຊຸມສໍາມະນາໃນ 2 ຫົວຂໍ້ ຂຶ້ນຄື: 1). “ກອງທຶນໂຄງລ່າງພື້ນຖານ ແລະ ຜູ້ເບິ່ງແຍງກອງທຶນ (Infrastructure Trust and Infrastructure Fund)” ແລະ 2). “ການຄຸ້ມຄອງບໍລິຫານເພື່ອພັດທະນາວຽກງານຕະຫລາດທຶນ (Corporate Governance in Capital Market Development)” ໃນວັນທີ 05-07 ມິຖຸນາ 2017 ທີ່ ອາຄານຕະຫລາດຫລັກຊັບລາວ ພາຍໃຕ້ການເປັນປະທານຂອງ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ ຊຶ່ງມີນັກສໍາມະນາກອນເຂົ້າຮ່ວມມາຈາກບັນດາພາກລັດ ແລະ ເອກະຊົນ ຈໍານວນ 80 ທ່ານ. ລາຍລະອຽດກອງປະຊຸມສຳມະນາໃນ 2 ຫົວຂໍ້ດັ່ງກ່າວແມ່ນມີດັ່ງນີ້:

1). ໃນວັນທີ 05 ມິຖຸນາ 2017 ແມ່ນໄດ້ຈັດກອງປະຊຸມຈັດສໍາມະນາໃນຫົວຂໍ້ “ກອງທຶນໂຄງລ່າງພື້ນຖານ ແລະ ຜູ້ເບິ່ງແຍງກອງທຶນ” ໂດຍວິທະຍາກອນຈາກ ຕະຫລາດຫລັກຊັບແຫ່ງປະເທດໄທ ແລະ ທີ່ປຶກສາດ້ານການເງິນ ທີ່ມີປະສົບການໃນການລະດົມທຶນເຂົ້າໃນຂະແໜງການພັດທະນາໂຄງລ່າງພື້ນຖານ. ການຈັດກອງປະຊຸມສໍາມະນາດັ່ງກ່າວ ໄດ້ໃຫ້ຄວາມຮູ້ກ່ຽວກັັບຄວາມໝາຍ, ຂໍ້ກໍານົດ, ລະບຽບການ, ຂະບວນການຮອງຮັບ, ການຈົດທະບຽນ ແລະ ກໍລະນີສຶກສາຂອງໂຄງການສ້າງກອງທຶນໂຄງລ່າງພື້ນຖານ ແລະ ຜູ້ເບິ່ງແຍງກອງທຶນ.

2). ໃນວັນທີ 06-07 ມິຖຸນາ 2017 ໄດ້ຈັດກອງປະຊຸມຈັດສໍາມະນາໃນຫົວຂໍ້ “ການຄຸ້ມຄອງບໍລິຫານເພື່ອພັດທະນາວຽກງານຕະຫລາດທຶນ” ໂດຍວິທະຍາກອນຈາກ ສໍານັກງານຄະນະກໍາມະການຄຸ້ມຄອງຫລັກຊັບ ແລະ ຕະຫລາດຫລັກຊັບແຫ່ງປະເທດໄທ (ກລຕ), ຕະຫລາດຫລັກຊັບແຫ່ງປະເທດໄທ (ຕລທ) ແລະ ສະມາຄົມສົ່ງເສີມສະຖາບັນຄຸ້ມຄອງບໍລິສັດແຫ່ງປະເທດໄທ (The Institution of Director: Thai IOD) ຊຶ່ງການຈັດກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນຫລັກສູດສະເພາະສໍາລັບຜູ້ອໍານວຍການ ແລະ ສະມາຊິກສະພາບໍລິຫານ ທີ່ຈະເປັນພື້ນຖານຊ່ວຍໃນການປະຕິບັດໜ້າທີຂອງຕົນໄດ້ຢ່າງມີປະສິດທິພາບ ແລະ ເນື້ອໃນຕົ້ນຕໍຂອງຫລັກສູດດັ່ງກາວ ປະກອບມີ: ຫລັກການໃນການບໍລິຫານຄຸ້ມຄອງທີ່ດີ, ພາລະບົດບາດ ແລະ ໜ້າທີ່ຂອງສະພາບໍລິຫານ, ການເປີດເຜີຍຂໍ້ມູນ, ການກະກຽມອອກຈໍາໜ່ວຍຫລັກຊັບ, ສິດ ແລະການປົກປ້ອງຜູ້ຖືຮຸ້ນ ແລະ ລະບຽບການທີ່ຕິດພັນກັບການຈົດທະບຽນໃນຕະຫລາດຫລັກຊັບ.

ການຈັດກອງປະຊຸມສໍາມະນາໃນຄັ້ງນີ້ ນອກຈາກຜູ້ເຂົ້າຮ່ວມຈະໄດ້ມີການຮຽນຮູ້ກ່ຽວກັບ 2 ຫົວຂໍ້ດັ່ງກ່າວໃນດ້ານຫຼັກການແນວທາງໃນລາຍລະອຽດແລ້ວ ຜູ້ເຂົ້າຮ່ວມຍັງໄດ້ມີໂອກາດປະກອບຄຳຄິດຄຳເຫັນ ແລະ ແລກປ່ຽນປະສົບການຕົວຈິງກັບຜູ້ຊ່ຽວຊານ; ພ້ອມທັງມີການຄົ້ນຄ້ວາ ກໍລະນີສຶກສາຕ່າງໆ ເປັນກຸ່ມ (Group Discussion) ຊຶ່ງເຮັດໃຫ້ຜູ້ເຂົ້າຮ່ວມສາມາດເກັບກໍາໄດ້ຄວາມຮູ້ກ່ຽວກັບວຽກງານດັ່ງກ່າວໄດ້ຢ່າງເລິກເຊີ່ງຍິ່ງຂື້ນ ຊຶ່ງຈະຊ່ວຍໃຫ້ຜູ້ເຂົ້າຮ່ວມສາມາດນຳຄວາມຮູ້ທີ່ໄດ້ຮັບ ໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງຕົນໄດ້ດີຍິ່ງຂື້ນ. ໃນຕອນທ້າຍຂອງກອງປະຊຸມ ຜູ້ເຂົ້າຮ່ວມຍັງໄດ້ຮັບໃບຢັ້ງຢືນໃນການເຂົ້າຮ່ວມຫລັກສູດຝຶກອົບຮົມໃນຫົວຂໍ້ “ການຄຸ້ມຄອງບໍລິ ຫານເພື່ອພັດທະນາວຽກງານຕະຫລາດທຶນ”.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.