Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ຈັດກອງປະຊຸມສຳມະນາເຜີຍແຜ່ວຽກງານຕະຫຼາດທຶນ ຢູ່ກະຊວງອຸດສາຫະກຳ ແລະ ການຄ້າ
ວັນທີອອກຂ່າວ: 2017-06-16 15:38:46

ເນື້ີອໃນຂ່າວ:

ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ຮ່ວມກັບ ຫ້ອງການ ກະຊວງອຸດສາຫະ ກຳ ແລະ ການຄ້າ ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ໃນຫົວຂໍ້: “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນກັບຮຸ້ນ” ຂຶ້ນ ໃນວັນທີ 25 ພຶດສະພາ 2017, ໂດຍການເປັນປະທານຮ່ວມຂອງ ທ່ານ ພຸດທະວັນ ນັນທະວົງ ຮອງຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ນ. ນະຄອນສີ ມະໂນທັມ ຮອງຫົວໜ້າສຳ ນັກງານ ຄຄຊ ພ້ອມດ້ວຍພະນັກງານພາຍໃນກະຊວງດັ່ງກ່າວ ເຂົ້າຮ່ວມທັງໝົດ 117 ທ່ານ.

ຈຸດປະສົງໃນການຈັດກອງປະຊຸມເຜີຍແຜ່ຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ພະນັກງານພາຍໃນກະຊວງດັ່ງກ່າວ ໄດ້ຮັບຊາບກ່ຽວກັບວຽກງານຕະຫຼາດທຶນ ຢູ່ ສປປ ລາວ, ຊຶ່ງວິທະຍາກອນຈາກ 3 ພາກສ່ວນ ຄື: ສຳນັກງານ ຄຄຊ, ຕະຫຼາດຫຼັກຊັບລາວ ແລະ ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ (ທຄຕລ-ກທ) ໄດ້ນຳສະເໜີໃນ 3 ຫົວຂໍ້ຍ່ອຍ ຄື: 1. “ພາບລວມຂອງຕະຫຼາດທຶນລາວ”; 2. “ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ” ແລະ 3. “ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ”.

ກອງປະຊຸມເຜີຍແຜ່ຄັ້ງນີ້ ວິທະຍາກອນຈາກສຳນັກງານ ຄຄຊ ໄດ້ນຳສະເໜີໃຫ້ເຫັນກ່ຽວກັບພາບລວມຂອງຕະຫຼາດທຶນລາວ ທີ່ມີ ຄຄຊ ເປັນອົງການຄຸ້ມຄອງວຽກງານຕະຫຼາດທຶນ, ມີພາລະບົດບາດເປັນເສນາທິການໃຫ້ກັບລັດຖະບານ ໃນການຄຸ້ມຄອງມະຫາພາກທາງດ້ານວຽກງານຕະຫຼາດທຶນຢ່າງລວມສູນໃນຂອບເຂດທົ່ວປະ ເທດ ແລະ ມີ ສຳນັກງານ ຄຄຊ ເປັນກົງຈັກຊ່ວຍວຽກໃນການດຳເນີນງານການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານຕະຫຼາດທຶນໃຫ້ມີປະສິດທິພາບ. ຍົກໃຫ້ເຫັນກ່ຽວກັບຜູ້ມີສ່ວນຮ່ວມໃນລະບົບຕະຫຼາດທຶນລາວໃນປະຈຸບັນທີ່ປະກອບມີ: ຕະຫຼາດຫຼັກຊັບລາວ (ຕລຊລ) ທີ່ໄດ້ຮັບການສ້າງຕັ້ງຂຶ້ນເມື່ອວັນທີ 10 ຕຸລາ 2010 ແລະ ເປີດການຊື້-ຂາຍຮຸ້ນຄັ້ງທຳອິດ ເມື່ອວັນທີ 11 ມັງກອນ 2011, ມີບໍລິສັດຈົດທະບຽນໃນ ຕລຊລ 5 ບໍລິສັດ, ບໍລິສັດຫຼັກຊັບ 4 ບໍລິສັດ, ບໍລິສັດກວດສອບ 4 ບໍລິສັດ ໄດ້ຮັບການອະນຸຍາດຈາກສຳນັກງານ ຄຄຊ ໃຫ້ດຳເນີນການກວດສອບໃນຂົງເຂດວຽກງານຕະຫຼາດທຶນ, ທະນາຄານດູແລຊັບສິນ 1 ແຫ່ງ, ບລິສັດປະເມີນຄ່າຊັບສິນ 1 ແຫ່ງ ແລະ ບໍລິສັດຈັດລຳດັບຄວາມໜ້າເຊື່ອຖື 1 ແຫ່ງ. ຈາກນັ້ນ ວິທະຍາກອນຈາກ ຕລຊລ ໄດ້ນຳສະເໜີກ່ຽວກັບການນຳໃຊ້ ຕລຊລ ເປັນທາງເລືອກໃໝ່ໃນການລະດົມທຶນ ແລະ ລົງທຶນ, ຊຶ່ງໃນນັ້ນໄດ້ຍົກໃຫ້ເຫັນກ່ຽວກັບກົນໄກການແລກ ປ່ຽນຊື້-ຂາຍໃນ ຕລຊລ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຂອງບໍລິສັດຈົດທະບຽນ. ສຳລັບນັກວິທະຍາກອນຈາກ ທຄຕລ-ກທ ແມ່ນໄດ້ນຳເໜີກ່ຽວກັບຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ, ຊຶ່ງໄດ້ລົງເລິກອະທິ ບາຍກ່ຽວກັບ ການເປີດບັນຊີຫຼັກຊັບ, ການໂອນເງິນເພື່ອຊື້-ຂາຍຫຼັກຊັບ, ວິທີການຊື້-ຂາຍຫຼັກຊັບ ແລະ ຜົນປະ ໂຫຍດທີ່ຈະໄດ້ຮັບໃນການລົງທຶນໃນຮຸ້ນ

ກອງປະຊຸມເຜີຍແຜ່ຄັ້ງນີ້ ໄດ້ມີການແລກປ່ຽນຄຳເຫັນຢ່າງກົງໄປກົງມາ ເຮັດໃຫ້ນັກສຳມະນາກອນທີ່ເຂົ້າຮ່ວມ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນໃນ ສປປ ລາວ ເຮັດໃຫ້ກອງປະຊຸມໃນຄັ້ງນີ້ໄດ້ຮັບຄວາມປະສົບຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.