Wednesday, 08 May 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ຈັດກອງປະຊຸມສຳມະນາກ່ຽວກັບວຽກງານຕະຫຼາດທຶນຢູ່ແຂວງຫົວພັນ
ວັນທີອອກຂ່າວ: 2017-05-08 15:28:47

ເນື້ີອໃນຂ່າວ:

ໃນທ້າຍເດືອນ ເມສາ 2017 ທີ່ຜ່ານມາ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ), ຕະຫຼາດຫຼັກຊັບ (ຕລຊລ), ບໍລິສັດຫຼັກຊັບ ເອພີເອັມລາວ ຈຳກັດ ແລະ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ຮ່ວມກັບ ຫ້ອງວ່າການແຂວງຫົວພັນ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ໃນຫົວຂໍ້: “ການກະກຽມຄວາມພ້ອມ ເພື່ອລະດົມຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ” ຂຶ້ນຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫົວພັນ, ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ເພີດ ມາປັນຍາ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງແຂວງຫົວພັັນ ແລະ ແຂກທີ່ຖືກຮັບເຊີນຈາກອຳນາດການປົກຄອງແຂວງ, ບັນດາພະແນກການຕ່າງໆອ້ອມຂ້າງແຂວງ, ບັນດາຫົວໜ່ວຍທຸລະກິດພາຍໃນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທັງໝົດ 87 ທ່ານ.

ຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມຮູ້-ຄວາມເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນ ໃຫ້ແກ່ພະນັກງານ ແລະ ນັກທຸລະກິດພາຍໃນແຂວງຫົວພັນ ມີຄວາມເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນຫຼາຍຂຶ້ນ. ໃນກອງປະຊຸມນັກສຳມະນາກອນ ໄດ້ຮັບຟັງການບັນຍາຍ 4 ເອກະສານ ຄື: 1. ພາບລວມຕະຫຼາດທຶນໃນ ສປປ ລາວ; 2. ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ; 3. ການກະກຽມຕົວເຂົ້າຕະ ຫຼາດຫຼັກຊັບ; 4. ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ.

ກອງປະຊຸມສຳມະນາຄັ້ງນີ້ ໄດ້ເຮັດໃຫ້ນັກສຳມະນາກອນມີຄວາມເຂົ້າໃຈຫຼາຍຂຶ້ນ ກ່ຽວກັບວຽກງານຕ່າງໆຂອງຕະຫຼາດທຶນໃນ ສປປ ລາວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.