Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ຄຄຊ ຄັ້ງທີ I ປະຈໍຳປີ 2017
ວັນທີອອກຂ່າວ: 2017-04-03 10:41:50

ເນື້ີອໃນຂ່າວ:

ກອງປະຊຸມ ຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ I ປະຈໍຳປີ 2017 ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 28 ມີນາ 2017 ທີ່ ຫ້ອງປະຊຸມໃຫຍ່ ທະນາຄານແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ, ຊຶ່ງໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານ ໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ, ພ້ອມດ້ວຍຮອງປະທານ ຄຄຊ, ຄະນະ ຄຄຊ ແລະ ພະນັກງານ ຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ 50 ທ່ານ

ທ່ານ ປະທານ ຄຄຊ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວວຽກງານຄຸ້ມຄອງຕະຫຼາດທຶນໃນໄລຍະທີ່ຜ່ານມາ, ຊຶ່ງເຮັດໃຫ້ວຽກງານດັ່ງກ່າວ ມີຜົນສຳເລັດອັນພົ້ນເດັ່ນ ຄື: ໄດ້ຮັບຮອງເອົານິຕິກຳ ຄຄຊ ຈຳນວນ 9 ສະບັບ ເພື່ອເປັນບ່ອນອີງໃນການຄຸ້ມຄອງ ແລະ ພັດທະນາວຽກງານຕະຫຼາດທຶນໃຫ້ຮັດກຸມ ແລະ ທັນກັບສະພາບການ ບົນພື້ນຖານຄວາມສອດຄ່ອງກັບກົດໝາຍວ່າດ້ວຍຫຼັກຊັບ. ນັບແຕ່ຕົ້ນປີ 2017 ສຳນັກງານ ຄຄຊ ໄດ້ສືບຕໍ່ເອົາໃຈໃສ່ພັດທະນາຕະຫຼາດທຶນລາວ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2017 ທີ່ກອງປະຊຸມ ຄຄຊ ຄັ້ງທີ III ປະຈໍາປີ 2016 ໄດ້ຮັບຮອງເອົາ

ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການລາຍງານຈາກ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານ ຄຄຊ ກ່ຽວກັບຄວາມຄືບໜ້າການກະກຽມອອກຈຳໜ່າຍຮຸ້ນຂອງ 5 ບໍລິສັດ ຄື: ບໍລິສັດ ພູສີ ກໍ່ສ້າງ ແລະ ພັດທະນາ ມະຫາຊົນ, ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ, ບໍລິສັດ ລັດວິສາຫະກິດ ລາວ ໂທລະຄົມມະນາຄົມ ມະ ຫາຊົນ, ບໍລິສັດ ຮ່ວມພັດທະນາກະສິກຳ ຂາອອກ-ຂາເຂົ້າ ມະຫາຊົນ ແລະ ທະນາຄານການຄ້າຕ່າງປະເທດລາວ ມະ ຫາຊົນ, ພ້ອມນັ້ນ ກໍ່ຍັງໄດ້ປຶກສາຫາລືກ່ຽວກັບການປັບຫຼຸດອັດຕາຄ່າທຳນຽມການຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບລາວ, ແລະ ຜ່ານຮ່າງຂໍ້ຕົກລົງຂອງ ຄຄຊ ຈຳນວນ 2 ສະບັບ ຄື: ຮ່າງຂໍ້ຕົກລົງວ່າດ້ວຍການບັນຊີ ແລະ ການກວດສອບວຽກງານຫຼັກຊັບ ແລະ ຮ່າງຂໍ້ຕົກລົງວ່າດ້ວຍລະບົບເຕັກໂນໂລຊີຂໍ້ມູນ-ຂ່າວສານຂອງບໍລິສັດຫຼັກຊັບ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.