Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ການກະກຽມຄວາມພ້ອມ ເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ
ວັນທີອອກຂ່າວ: 2017-03-09 12:45:21

ເນື້ີອໃນຂ່າວ:

ໃນຕອນເຊົ້າ ເວລາ 8:30 ໂມງ ຂອງວັນທີ 27 ກຸມພາ 2017 ທີ່ຜ່ານມາ, 4 ພາກສ່ວນ ຄື: ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບ, ບໍລິສັດເອພີເອັມລາວ ຈຳກັດ ແລະ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ຮ່ວມກັບ ຫ້ອງວ່າການແຂວງຜົ້ງສາລີ, ໄດ້ຈັດກອງປະຊຸມສຳມະນາ ໃນຫົວຂໍ້: “ການກະກຽມຄວາມພ້ອມ ເພື່ອລະດົມທຶນ ຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ” ຢູ່ທີ່ຫ້ອງປະຊຸມ ໂຮງແຮມ ວິພາພອນ ແຂວງຜົ້ງສາລີ, ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ຄຳເຫຼັກ ໃຈອີສານ ຄະນະປະຈຳພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງຜົ້ງສາລີ ແລະ ແຂກທີ່ຖືກຮັບເຊີນຈາກອໍານາດການປົກຄອງແຂວງ, ອໍານາດການປົກຄອງເມືອງ, ບັນ ດາພະແນກການຕ່າງໆອ້ອມຂ້າງແຂວງ, ບັນດາຫົວໜ່ວຍທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງທັງໝົດ 60 ທ່ານເຂົ້າຮ່ວມ.

ຈຸດປະສົງຂອງການຈັດສໍາມະນາໃນຄັ້ງນີ້ ແມ່ນເພື່ອເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນເວົ້າລວມ, ເວົ້າສະເພາະກໍ່ຄື ວຽກງານການກະກຽມຄວາມພ້ອມ ເພື່ອລະດົມທຶນຜ່ານຕະຫຼາດທຶນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບ ໃຫ້ນັກສໍາມະນາກອນໄດ້ຮຽນຮູ້ບັນດາເນື້ອໃນເອກະສານຕ່າງໆ ກ່ຽວກັບການມີສ່ວນຮ່ວມໃນການລົງທຶນໃນຕະຫຼາດຫຼັກຊັບ ແລະ ການກະກຽມຄວາມພ້ອມເພື່ອນຳເອົາບໍລິສັດເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບ, ຊຶ່ງໃນກອງປະຊຸມສຳມະນາ ວິທະຍາກອນຈາກ 4 ພາກສ່ວນ ຄື: ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບ, ບໍລິສັດເອພີເອັມລາວ ຈຳກັດ ແລະ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ໄດ້ພັດປ່ຽນກັນຂຶ້ນບັນຍາຍໃນ 4 ຫົວຂໍ້ ກ່ຽວກັບວຽກງານຕະຫຼາດທຶນ ຄື: (1) ພາບລວມຕະຫຼາດທຶນໃນ ສປປ ລາວ; (2) ການກະກຽມຕົວເຂົ້າຕະຫຼາດຫຼັກຊັບ; (3) ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ ແລະ (4) ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ.

ກອງປະຊຸມສຳມະນາຄັ້ງນີ້ ໄດ້ປິດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.