Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ຮ່ວມກັບ ບໍລິສັດ ດີລອຍ ລາວ ຈຳກັດຜູ້ດຽວຈັດຝຶກອົບຮົມ “ການບໍລິຫານຄວາມສ່ຽງຂອງວິສາຫະກິດ”
ວັນທີອອກຂ່າວ: 2016-12-06 09:13:51

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 29 ພະຈິກ 2016 ທີ່ ຫ້ອງປະຊຸມ ສຳນັກງານ ຄຄຊ ໄດ້ມີການຈັດຝຶກອົບຮົມໃນຫົວຂໍ້: “ການບໍລິຫານຄວາມສ່ຽງຂອງວິສາຫະກິດ ຫຼື Enterprise Risk Management” ພາຍໃຕ້ການຮ່ວມມືລະຫວ່າງ ສຳນັກງານ ຄຄຊ ແລະ ບໍລິສັດ ດີລອຍ (ລາວ) ຈຳກັດຜູ້ດຽວ. ການຝຶກອົບຮົມຄັ້ງນີ້ ມີຜູ້ຕາງໜ້າຈາກຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນ, ບໍລິສັດເປົ້າໝາຍທີ່ຈະເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ, ກົມຄຸ້ມຄອງທະນາຄານທຸລະກິດ ທຫລ ແລະ ສຳນັກງານ ຄຄຊ ເຂົ້າຮ່ວມທັງໝົດ 38 ທ່ານ.

ຈຸດປະສົງແມ່ນເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບການບໍລິຫານຄວາມສ່ຽງໃນພາບລວມ.ໃນນັ້ນ, ໄດ້ເນັ້ນໃສ່ການບໍລິຫານຄວາມສ່ຽງດ້ານການຈັດຕັ້ງປະຕິບັດທີ່ເກີດຂຶ້ນຢູ່ໃນລະດັບອົງກອນໂດຍສ່ວນໃຫຍ່ ເພື່ອຈະໃຊ້ເປັນແນວທາງໃນກໍານົດຄວາມສ່ຽງ ແລະ ຂັ້ນຕອນວິທີການຮັບມືໃນການບໍລິຫານຄວາມສ່ຽງຂອງອົງກອນ ເຊິ່ງປະກອບມີ 8 ຂັ້ນຕອນຄື: 1. ສະພາບແວດລ້ອມພາຍໃນອົງກອນ (Internal Environment) 2. ການກໍານົດວັດຖຸປະສົງ (Objective Setting) 3. ການລະບຸເຫດການ (Event Identification) 4. ການປະເມີນຄວາມສ່ຽງ (Risk Assessment) 5. ການຕອບສະໜອງຄວາມສ່ຽງ (Risk Response) 6. ແບບແຜນ ແລະ ວິທີການຈັດຕັ້ງປະຕິບັດວຽກງານ (Control Activities) 7. ຂໍ້ມູນ ແລະ ການຕິດຕໍ່ສື່ສານ (Information and Communication) ແລະ 8. ການຕິດຕາມກວດສອບ (Monitoring).

ການຈັດຝຶກອົບຮົມໃນຄັ້ງນີ້ ນັກສຳມະນາກອນໄດ້ຮັບຟັງການບັນຍາຍຂອງນັກວິທະຍາກອນຈາກ ບໍລິສັດ ດີລອຍ (ລາວ) ຈຳກັດຜູ້ດຽວ ທີ່ມີປະສົບການກ່ຽວກັບການບໍລິຫານຄວາມສ່ຽງຂອງອົງກອນ ເພື່ອເຮັດໃຫ້ນັກສຳມະນາກອນສາມາດຮັບຮູ້ ແລະ ເຂົ້າໃຈອົງປະກອບກ່ຽວກັບການບໍລິຫານຄວາມສ່ຽງ ເພື່ອນຳເອົາໄປຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດຕົວຈິງໃນອົງກອນຢ່າງມີປະສິດທິພາບ; ພ້ອມທັງຍົກໃຫ້ເຫັນເຖິງຄວາມສໍາຄັນຂອງການບໍລິຫານຄວາມສ່ຽງ ແລະ ປະໂຫຍດຂອງການບໍລິຫານຄວາມສ່ຽງມາໃຊ້ໃນອົງກອນ. ພ້ອມນີ້, ນັກສຳມະນາກອນຍັງໄດ້ຈັບກຸ່ມເຮັດບົດຝຶກຫັດ ຫຼື ກໍລະນີສຶກສາ (case study) ທີ່ຕິດພັນກັບຫົວຂໍ້ໃນການຝຶກອົບຮົມໂດຍຜ່ານການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ມີບັນຍາກາດຟົດຟື້ນອີກດ້ວຍ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.