Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ສືບຕໍ່ໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ຢູ່ ສູນພັດທະນາສີມືແຮງງານ
ວັນທີອອກຂ່າວ: 2016-11-25 14:52:21

ເນື້ີອໃນຂ່າວ:

ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ຮ່ວມກັບ ສູນພັດທະນາສີມືແຮງງານ ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ໃນຫົວ ຂໍ້: “ການລົງທຶນຢ່າງມືອາຊີບກັບຮຸ້ນ” ຂຶ້ນ ໃນວັນທີ 22 ພະຈິກ 2016, ໂດຍການເປັນປະທານຂອງ ທ່ານ ນ. ຈັນສະແຫວງ ບຸດສະຫວັດ ຮອງອຳນວຍການສູນພັດທະນາສີມືແຮງງານ ພ້ອມດ້ວຍຄູອາຈານ ແລະ ນັກສຶກສາເຂົ້າຮ່ວມທັງໝົດ 246 ຄົນ.

ຈຸດປະສົງໃນການຈັດກອງປະຊຸມເຜີຍແຜ່ຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ຄູອາຈານ ແລະ ນັກສຶກສາ ພາຍໃນສູນພັດທະນາສີມືແຮງງານ ກ່ຽວກັບວຽກງານຕະຫຼາດທຶນ ຢູ່ ສປປ ລາວ, ຊຶ່ງວິທະຍາກອນຈາກສຳນັກງານ ຄຄຊ ໄດ້ນຳສະເໜີ ໃນ 3 ຫົວຂໍ້ຍ່ອຍ ຄື: j “ຕະຫຼາດທຶນໃນ ສປປ ລາວ”; k “ຄວາມຮູ້ເບື້ອງຕົ້ນກ່ຽວກັບການຊື້-ຂາຍຮຸ້ນຢູ່ຕະຫຼາດຫຼັກຊັບ” ແລະ l “ລົງທຶນຢ່າງມືອາຊີບກັບຮຸ້ນ”.

ກອງປະຊຸມເຜີຍແຜ່ຄັ້ງນີ້ ປະທານກອງປະຊຸມໄດ້ເນັ້ນວ່າ ຕະຫຼາດທຶນແມ່ນຂະແໜງການໜຶ່ງທີ່ສຳຄັນຫຼາຍຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ທັງນີ້ກໍ່ເນື່ອງຈາກວ່າ ການພັດທະນາຕະຫຼາດທຶນ ແມ່ນການພັດທະນາຊ່ອງທາງລະດົມທຶນເຂົ້າໃສ່ການຜະລິດສິນຄ້າ ແລະ ສາມາດໝູນໃຊ້ກົນໄກເສດຖະກິດຕະຫຼາດເຂົ້າໃນການພັດທະນາຕະຫຼາດທຶນຕາມທິດກ້າວສູ່ສັງຄົມນິຍົມບົນພື້ນຖານເງື່ອນໄຂຄວາມເປັນຈິງຂອງ ສປປ ລາວ. ຈາກນັ້ນ ວິທະຍາກອນຈາກສຳນັກງານ ຄຄຊ ໄດ້ນຳສະເໜີໃຫ້ເຫັນກ່ຽວກັບພາບລວມຂອງຕະຫຼາດທຶນໃນ ສປປ ລາວ ທີ່ມີ ຄຄຊ ເປັນອົງ ການຄຸ້ມຄອງວຽກງານຕະຫຼາດທຶນ, ມີພາລະບົດບາດເປັນເສນາທິການໃຫ້ກັບລັດຖະບານ ໃນການຄຸ້ມຄອງມະຫາພາກທາງດ້ານວຽກງານຕະຫຼາດທຶນຢ່າງລວມສູນໃນຂອບເຂດທົ່ວປະເທດ ແລະ ມີສຳນັກງານ ຄຄຊ ເປັນກົງຈັກຊ່ວຍວຽກໃນການດຳເນີນງານການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານຕະຫຼາດທຶນໃຫ້ມີປະສິດທິພາບ. ຍົກໃຫ້ເຫັນກ່ຽວກັບຜູ້ມີສ່ວນຮ່ວມໃນລະບົບຕະຫຼາດທຶນລາວໃນປະຈຸບັນທີ່ປະກອບມີ: ຕະ ຫຼາດຫຼັກຊັບລາວ (ຕລຊລ) ທີ່ໄດ້ຮັບການສ້າງຕັ້ງຂຶ້ນເມື່ອວັນທີ 10 ຕຸລາ 2010 ແລະ ເປີດການຊື້-ຂາຍຮຸ້ນຄັ້ງທຳອິດ ເມື່ອວັນທີ 11 ມັງກອນ 2011, ມີບໍລິສັດຈົດທະບຽນໃນ ຕລຊລ 5 ບໍລິສັດ, ບໍລິສັດຫຼັກຊັບ 4 ບໍລິສັດ, ບໍລິສັດກວດສອບ 4 ບໍລິສັດ ໄດ້ຮັບການອະນຸຍາດຈາກສຳນັກງານ ຄຄຊ ໃຫ້ດຳເນີນການກວດສອບໃນຂົງເຂດວຽກງານຕະຫຼາດທຶນ, ທະນາຄານດູແລຊັບສິນ 1 ແຫ່ງ, ບລິສັດປະເມີນຄ່າຊັບສິນ 1 ແຫ່ງ ແລະ ບໍລິສັດຈັດລຳດັບຄວາມໜ້າເຊື່ອຖື 1 ແຫ່ງ. ນອກນັ້ນ ວິທະຍາກອນຈາກສຳນັກງານ ຄຄຊ ຍັງນຳສະເໜີກ່ຽວກັບການເປີດບັນຊີຊື້-ຂາຍຮຸ້ນ ແລະ ການຊື້-ຂາຍຮຸ້ນໃນ ຕລຊລ, ພ້ອມທັງ ນຳສະເໜີໃຫ້ນັກສຳມະນາກອນເຂົ້າໃຈກ່ຽວກັບການລົງທຶນ ແລະ ການກະກຽມຄວາມພ້ອມກ່ອນຈະລົງທຶນກັບຮຸ້ນ ເຊັ່ນ: ຜູ້ທີ່ຈະລົງທຶນຕ້ອງຮູ້ 4 ຮ ຄື: ຮູ້ ຮຸ້ນແມ່ນຫຍັງ? ຮູ້ ຕະຫຼາດຂັ້ນໜຶ່ງ ແລະ ຕະ ຫຼາດຂັ້ນສອງ, ຮູ້ຜົນຕອບແທນ ແລະ ຄວາມສ່ຽງ ແລະ ຮູ້ແຫຼ່ງຂໍ້ມູນຂ່າວສານ, ໃນຂະນະດຽວກັນກໍ່ຕ້ອງຮູ້ 4 ກ ຄື: ຮູ້ ກຳນົດເປົ້າໝາຍ, ຮູ້ ກຳນົດຈຳນວນເງິນທີ່ຈະລົງທຶນ, ຮູ້ ກຳນົດໄລຍະເວລາການລົງທຶນ ແລະ ຮູ້ ກຳນົດຜົນຕອບແທນ.

ກອງປະຊຸມເຜີຍແຜ່ຄັ້ງນີ້ ໄດ້ມີການແລກປ່ຽນຄຳເຫັນຢ່າງກົງໄປກົງມາ ເຮັດໃຫ້ຄູອາຈານ ແລະ ນັກສຶກສາ ຈາກສູນພັດທະນາສີມືແຮງງານດັ່ງກ່າວ ມີຄວາມຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນໃນ ສປປ ລາວ ເຮັດໃຫ້ກອງປະຊຸມດັ່ງກ່າວ ປະສົບຜົນສຳເລັດຢ່າງຈົບງາມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.