Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຊຊ ຮ່ວມກັບ PWC ຈັດກອງປະຊຸມສໍາມະນາ “ມາດຕະຖານການກວດສອບໃໝ່-ລາຍງານຄວາມເຫັນຂອງຜູ່ກວດສອບບັນຊີ”
ວັນທີອອກຂ່າວ: 2016-10-05 10:31:24

ເນື້ີອໃນຂ່າວ:

ໃນວັນທີ 04 ຕຸລາ 2016 ທີ່ຜ່ານມານີ້ ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຊຊ) ແລະ ບໍລິສັດ ພຣາຍວໍເຕີ້ເຮົ້າກູບເປີສ໌ລາວ ຈຳກັດຜູ່ດຽວ (PWC) ໄດ້ຈັດກອງປະຊຸມສໍາມະນາຂຶ້ນໃນຫົວຂໍ້ “ມາດຕະຖານການ ກວດສອບໃໝ່-ລາຍງານຄວາມເຫັນຂອງຜູ່ກວດສອບບັນຊີ” ທີ່ຫ້ອງປະຊຸມໃຫຍ່ ສຳນັກງານ ຄຊຊ. ໂດຍການເຂົ້າ ຮ່ວມຂອງພາກສ່ວນກ່ຽວຂ້ອງຄື: ບັນດາກົມຈຳນວນໜຶ່ງຂອງທະນາຄານແຫ່ງ ສປປ ລາວ, ກົມບັນຊີ ກະຊວງການເງິນ, ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ຕະຫຼາດຫຼັກຊັບລາວ, ບໍລິສັດຈົດທະບຽນ ແລະ ພະນັກງານ ຈາກສຳນັກງານ ຄຄຊ ທັງໝົດ 30 ທ່ານ.

ຈຸດປະສົງການຈັດກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອເປັນການການແລກປ່ຽນຄວາມຮັບຮູ້ກ່ຽວກັບ ມາດຕະຖານການກວດສອບໃໝ່, ທັງນີ້ເນື່ອງຈາກວ່າ ສະຫະພັນນັກບັນຊີສາກົນ (International Federation Of Accountants, IFAC) ໄດ້ມີການປັບປຸງມາດຕະຖານການກວດສອບບັນຊີສາກົນ ຊຶ່ງຈະມີຜົນບັງຄັບໃຊ້ ໃນວັນທີ 31 ທັນວາ 2016 ທີ່ຈະມາເຖິງນີ້.

ກອງປະຊຸມດັ່ງກ່າວ ໄດ້ເຮັດໃຫ້ນັກສຳມະນາກອນທີ່ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽວກັບມາດ ຕະຖານການກວດສອບໃໝ່ ຊຶ່ງຖືວ່າເປັນບົດຮຽນ ແລະ ຄຳແນະນຳທີ່ສຳຄັນ ໃຫ້ແກ່ການຈັດຕັ້ງປະຕິບັດມາດຕະ ຖານກວດສອບໃໝ່ ຂອງບັນດາພາກສ່ວນກ່ຽວຂ້ອງ ໃນ ສປປ ລາວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.