Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ທົບທວນລະບຽບການທີ່ກ່ຽວຂ້ອງໃຫ້ແກ່ນັກວິຊາຊີບທຸລະກິດຫຼັກຊັບ
ວັນທີອອກຂ່າວ: 2016-08-09 16:08:22

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນເສົາ ວັນທີ 06 ສິງຫາ 2016 ທີ່ຜ່ານມາ ທີ່ຫ້ອງປະຊຸມສຳນັກງານ ຄຄຊ ໄດ້ຈັດສຳມະນາທົບທວນລະບຽບການທີ່ກ່ຽວຂ້ອງໃຫ້ແກ່ນັກວິຊາຊີບທຸລະກິດຫຼັກຊັບ ຄັ້ງທີ I ປະຈໍາປີ 2016 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ນ. ວຽງດາລີ ສຸພານຸວົງ ຫົວໜ້າພະແນກ ຄຸ້ມຄອງສະຖາບັນສື່ກາງດ້ານຫຼັກຊັບ ສຳນັກງານ ຄຄຊ, ໂດຍມີ ນັກວິຊາຊີບທຸລະກິດຫຼັກຊັບ ຈາກບໍລິສັດຫຼັກຊັບ ເຂົ້າຮ່ວມທັງໝົດ 28 ທ່ານ.

ຈຸດປະສົງໃນການຈັດກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອທົບທວນບາງລະບຽບການທີ່ກ່ຽວກັບວຽກງານຕະຫຼາດທຶນໃຫ້ແກ່ນັກວິຊາຊີບທຸລະກິດຫຼັກຊັບສາມາດກຳແໜ້ນ ແລະ ນຳໄປຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ, ຊຶ່ງກອງປະຊຸມສຳມະນາຄັ້ງນີ້ ນັກວິທະຍາກອນ ຈາກສຳນັກງານ ຄຄຊ ໄດ້ນຳເອົາບາງລະບຽບການທີ່ກ່ຽວກັບວຽກງານຕະຫຼາດທຶນ ຈຳນວນ 10 ລະບຽບ ຄື: 1. ລະບຽບວ່າດ້ວຍການຄຸ້ມຄອງຜູ່ລົງທຶນຕ່າງປະເທດທີ່ເຄື່ອນໄຫວຊື້-ຂາຍຫຼັກຊັບ ຢູ່ ສປປ ລາວ; 2. ລະບຽບວ່າດ້ວຍການອອກຈໍາໜ່າຍຮຸ້ນ; 3. ລະບຽບວ່າດ້ວຍການຮັບຮອງບໍລິສັດປະເມີນມູນຄ່າຊັບສິນ; 4.ລະບຽບວ່າດ້ວຍການຄຸ້ມຄອງນັກວິຊາຊີບທຸລະກິດຫຼັກຊັບ; 5. ລະບຽບວ່າດ້ວຍ ການລາຍງານເພີ່ມເຕີມກ່ຽວກັບແຫຼ່ງທີ່ມາຂອງທຶນ ໂຄງສ້າງຜູ່ຖືຮຸ້ນ ແລະ ຜູ່ໄດ້ຮັບຜົນປະໂຫຍດສຸດທ້າຍຂອງບໍລິສັດຫຼັກຊັບ; 6. ລະບຽບວ່າດ້ວຍຄວາມພຽງພໍຂອງທຶນ ຂອງບໍລິສັດຫຼັກຊັບ; 7. ລະບຽບວ່າດ້ວຍບັນຊີຕາງໜ້າຊື້-ຂາຍຫຼັກຊັບ ໃນຕະຫຼາດຫຼັກຊັບຢູ່ ສປປ ລາວ; 8. ລະບຽບວ່າດ້ວຍການຄຸ້ມຄອງຕະຫຼາດຫຼັກຊັບ; 9. ລະບຽບວ່າດ້ວຍການຮັບຮອງບໍລິສັດຈັດລໍາດັບຄວາມໜ້າເຊື່ອຖືຈາກຕ່າງປະເທດ; 10. ລະບຽບວ່າດ້ວຍການລາຍງານ ແລະ ການເປີດເຜີຍຂໍ້ມູນ.

ຜ່ານການສຳມະນາຄັ້ງນີ້ ໄດ້ເຮັດໃຫ້ນັກສຳມະນາກອນມີຄວາມ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບກັບລະບຽບການຕ່າງໆ ເຫຼົ່ານັ້ນຫຼາຍຂຶ້ນກວ່າເກົ່າ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.