Tuesday, 16 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຄະນະກຳມະການກວດກາຕິດຕາມການເງິນແຫ່ງຊາດ ສສ.ຫວຽດນາມ ແລກປ່ຽນປະສົບການໃຫ້ແກ່ ສປປ ລາວ
ວັນທີອອກຂ່າວ: 2016-08-02 08:35:24

ເນື້ີອໃນຂ່າວ:

ໃນວັນທີ 27 ກໍລະກົດ 2016 ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ຕ່າງໜ້າໃຫ້ທະນາຄານ ແຫ່ງ ສປປ ລາວ ຮ່ວມກັບ ຄະນະກຳມະການກວດກາຕິດຕາມການເງິນແຫ່ງຊາດ ສສ.ຫວຽດນາມ ຈັດສຳມະນາໃນຫົວຂໍ້ “ຄວາມໝັ້ນຄົງຂອງຕະຫຼາດການເງິນ ຜ່ານການຄຸ້ມຄອງຄວາມສ່ຽງຢູ່ໃນຕະຫຼາດຫຼັກຊັບ” ຂຶ້ນ ທີ່ຫ້ອງປະຊຸມໃຫຍ່ຊັ້ນ 8 ຕະຫຼາດຫຼັກຊັບລາວ. ການສຳມະນາດັ່ງກ່າວຈະໄດ້ຈັດຂຶ້ນເປັນເວລາ 3 ວັນ (27-29 ກໍ ລະກົດ 2016) ໂດຍໄດ້ຮັບກຽດເປັນປະທານກ່າວເປີດສຳມະນາໂດຍ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າສໍານັກງານ ຄຄຊ ແລະ ທ່ານ ຮາ ຮຸຍ ຕັວນ ຮອງປະທານ ຄະນະກຳມະການກວດກາຕິດຕາມການເງິນແຫ່ງຊາດ ສສ.ຫວຽດນາມ, ຊຶ່ງມີຜູ່ເຂົ້າຮ່ວມຈາກພາກສ່ວນກ່ຽວຂ້ອງ ທັງໝົດຫຼາຍກ່ວາ 80 ທ່ານ.

ຈຸດປະສົງຫຼັກຂອງກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນເພື່ອເປັນການແລກປ່ຽນບົດຮຽນ ແລະ ປະສົບການຂອງ ສສ.ຫວຽດນາມ ກ່ຽວກັບການປະເມີນຄວາມສ່ຽງ, ການຕິດຕາມກວດກາຕະຫຼາດການເງິນ ໂດຍສະ ເພາະແມ່ນຄວາມສ່ຽງຂອງຕະຫຼາດຫຼັກຊັບ ໃຫ້ແກ່ພະນັກງານຂະແໜງການເງິນ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ໃຫ້ມີຄວາມຮັບຮູ້-ຄວາມເຂົ້າໃຈກ່ຽວກັບວຽກງານດັ່ງກ່າວໃຫ້ເລິກເຊິ່ງຂຶ້ນກວ່າເກົ່າ.

ກອງປະຊຸມສຳມະນາໃນຄັ້ງນີ້ ຈະໄດ້ຮັບຟັງການບັນຍາຍຈາກຊ່ຽວຊານຄະນະກຳມະການກວດກາຕິດຕາມການເງິນແຫ່ງຊາດ ສສ.ຫວຽດນາມ ໃນຫົວຂໍ້ຕ່າງໆ ເຊັ່ນ: ພາບລວມກ່ຽວກັບການຄຸ້ມຄອງຄວາມສ່ຽງໃນຂະ ແໜງການເງິນ ຢູ່ ສສ.ຫວຽດນາມ, ຜົນກະທົບຂອງຕະຫຼາດຫຼັກຊັບ ຕໍ່ເປົ້່່າໝາຍການພັດທະນາທີ່ຍືນຍົງຂອງຕະ ຫຼາດການເງິນ, ການຕິດຕາມກວດກາບໍລິສັດຫຼັກຊັບຕາມຫຼັກການຄຸ້ມຄອງຄວາມສ່ຽງ, ລະບົບການບັນຊີຂອງບໍລິ ສັດຫຼັກຊັບ ແລະ ການພັດທະນາວຽກງານການບັນຊີ ແລະ ກວດສອບ ຢູ່ ສສ.ຫວຽດນາມ ເພື່ອການເຊື່ອມໂຍງກັບພາກພື້ນ ແລະ ສາກົນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.