Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ສືບຕໍ່ໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ໃນ ມະຫາວິທະຍາໄລແຫ່ງຊາດ
ວັນທີອອກຂ່າວ: 2016-04-28 10:09:14

ເນື້ີອໃນຂ່າວ:

ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ຮ່ວມກັບ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມເຜີຍແຜ່ໃນຫົວຂໍ້: “ການລົງທຶນຢ່າງມືອາຊີບກັບຮຸ້ນ” ຂຶ້ນໃນວັນທີ 22 ເມສາ 2016, ໂດຍການເປັນປະທານຂອງທ່ານ ຮສ. ດຣ. ອຸດົມພອນ ຄຳເພັງ ຄະນະບໍດີ ຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ນ. ນະຄອນສີ ມະໂນທັມ ຮອງຫົວໜ້າສຳນັກງານ ຄຄຊ ພ້ອມດ້ວຍຄູອາຈານ ແລະ ນັກສຶກສາເຂົ້າຮ່ວມທັງໝົດ 235 ຄົນ.

ຈຸດປະສົງໃນການຈັດກອງປະຊຸມເຜີຍແຜ່ຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ຄູອາຈານ ແລະ ນັກສຶກສາ ພາຍໃນຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ກ່ຽວກັບວຽກງານຕະຫຼາດທຶນ ຢູ່ ສປປ ລາວ, ຊຶ່ງວິທະຍາກອນຈາກສຳນັກງານ ຄຄຊ ໄດ້ນຳສະເໜີ ໃນ 3 ຫົວຂໍ້ຍ່ອຍ ຄື: 1. “ຕະຫຼາດທຶນໃນ ສປປ ລາວ”; 2. “ການວາງແຜນການເງິນເພື່ອເປົ້າໝາຍຊີວິດ” ແລະ 3. “ລົງທຶນຢ່າງມືອາຊີບກັບຮຸ້ນ”.

ກອງປະຊຸມເຜີຍແຜ່ຄັ້ງນີ້ ວິທະຍາກອນຈາກສຳນັກງານ ຄຄຊ ໄດ້ນຳສະເໜີກ່ຽວກັບພາບລວມຂອງຕະຫຼາດທຶນໃນ ສປປ ລາວ ທີ່ມີ ຄຄຊ ເປັນອົງການຄຸ້ມຄອງວຽກງານຕະຫຼາດທຶນ, ມີພາລະບົດບາດເປັນເສນາທິການໃຫ້ກັບລັດຖະບານ ໃນການຄຸ້ມຄອງມະຫາພາກທາງດ້ານວຽກງານຕະຫຼາດທຶນຢ່າງລວມສູນໃນຂອບເຂດທົ່ວປະເທດ ແລະ ມີສຳນັກງານ ຄຄຊ ເປັນກົງຈັກຊ່ວຍວຽກໃນການດຳເນີນງານການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານຕະຫຼາດທຶນໃຫ້ມີປະສິດທິພາບ. ຍົກໃຫ້ເຫັນກ່ຽວກັບຜູ້ມີສ່ວນຮ່ວມໃນລະບົບຕະຫຼາດທຶນລາວໃນປະຈຸບັນທີ່ປະກອບມີ: ຕະຫຼາດຫຼັກຊັບລາວ ທີ່ໄດ້ຮັບການສ້າງຕັ້ງຂຶ້ນເມື່ອວັນທີ 10 ຕຸລາ 2010 ແລະ ເປີດການຊື້-ຂາຍຮຸ້ນຄັ້ງທຳອິດ ເມື່ອວັນທີ 11 ມັງກອນ 2011, ມີບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ 5 ບໍລິສັດ, ບໍລິສັດຫຼັກຊັບ 4 ບໍລິສັດ, ບໍລິສັດກວດສອບ ທີ່ໄດ້ຮັບອະນຸຍາດຈາກສຳນັກງານ ຄຄຊ ໃຫ້ດຳເນີນການກວດສອບໃນຂົງເຂດວຽກງານຕະຫຼາດທຶນ 4 ບໍລິສັດ ແລະ ທະນາຄານດູແລຊັບສິນ 1 ແຫ່ງ. ນອກນັ້ນ ວິທະຍາກອນຈາກສຳນັກງານ ຄຄຊ ຍັງນຳສະເໜີກ່ຽວກັບຜົນດີ ແລະ ຂັ້ນຕອນການປະຢັດເງິນ ແລະ ການວາງແຜນການເງິນເພື່ອເປົ້າໝາຍຊີວິດ, ພ້ອມທັງ ນຳສະເໜີໃຫ້ນັກສຳມະນາກອນເຂົ້າໃຈກ່ຽວກັບການລົງທຶນ ແລະ ການກະກຽມຄວາມພ້ອມກ່ອນຈະລົງທຶນກັບຮຸ້ນ ເຊັ່ນ: ຜູ້ທີ່ຈະລົງທຶນຕ້ອງຮູ້ 4 ຮ ຄື: ຮູ້ຮຸ້ນແມ່ນຫຍັງ? ຮູ້ຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ, ຮູ້ຜົນຕອບແທນ ແລະ ຄວາມສ່ຽງ ແລະ ຮູ້ແຫຼ່ງຂໍ້ມູນຂ່າວສານ, ໃນຂະນະດຽວກັນກໍ່ຕ້ອງຮູ້ 4 ກ ຄື: ກຳນົດເປົ້າໝາຍ, ກຳນົດຈຳນວນເງິນທີ່ຈະລົງທຶນ, ກຳນົດໄລຍະເວລາການລົງທຶນ ແລະ ກຳນົດຜົນຕອບແທນ.

ກອງປະຊຸມເຜີຍແຜ່ຄັ້ງນີ້ ໄດ້ມີການແລກປ່ຽນຄຳເຫັນຢ່າງກົງໄປກົງມາ ເຮັດໃຫ້ຄູອາຈານ ແລະ ນັກສຶກສາ ຈາກ ຄະນະດັ່ງກ່າວ ມີຄວາມຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນ ໃນ ສປປ ລາວ ເຮັດໃຫ້ກອງປະຊຸມດັ່ງກ່າວ ປະສົບຜົນສຳເລັດຢ່າງຈົບງາມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.