Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ຄະນະ ຮ່ວມມືກັບ ສະຖາບັນ ຄົ້ນຄວ້າໂນມູຣະ ຈັດກອງປະຊຸມ ການໃຫ້ຄວາມຮູ້ກ່ຽວກັບການອອກຈຳໜ່າຍຮຸ້ນກູ້
ວັນທີອອກຂ່າວ: 2016-04-04 14:37:00

ເນື້ີອໃນຂ່າວ:

ເພື່ອເປັນການສ້າງຄວາມເຂົ້າໃຈໃຫ້ແກ່ພາກສ່ວນກ່ຽວຂ້ອງຕ່າງໆ ທັງພາກລັດ ແລະ ເອກະຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການອອກຈຳໜ່າຍຮຸ້ນກູ້ ຈຶ່ງໄດ້ມີການຈັດກອງປະຊຸມສຳມະນາຂຶ້ນໃນຫົວຂໍ້: “ການໃຫ້ຄວາມຮູ້ກ່ຽວກັບການອອກຈຳໜ່າຍຮຸ້ນກູ້” ໃນວັນທີ 17 ມີນາ 2016 ທີ່ໂຮງແຮມ ລາວພລາຊາ, ບົນພື້ນຖານການຮ່ວມມືລະຫວ່າງ ສຳນັກງານ ຄຄຊ ແລະ ຄະນະສະຖາບັນຄົ້ນຄວ້າໂນມູຣະ ໃນໂຄງການຊ່ວຍເຫຼືອວຽກງານການພັດທະນາຕະຫຼາດພັນທະບັດ ຂອງ ສປປ ລາວ ພາຍໃຕ້ຂອບການຊ່ວຍເຫຼືອດ້ານວິຊາການກອງທຶນຍີ່ປຸ່ນ-ອາຊຽນ (Japan-ASEAN Financial Technical Assistance, “JAFTA”) ກອງປະຊຸມສຳມະນາດັ່ງກ່າວໄດ້ຮັບກຽດເປັນປະທານໂດຍ ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າສຳນັກງານ ຄຄຊ ແລະ ການເຂົ້າຮ່ວມຂອງທ່ານ ນ. Yoko Ogimoto ທີ່ປຶກສາ ພ້ອມດ້ວຍຄະນະຊ່ຽວຊານ ຈາກສະຖາບັນໂນມູຣະ ແລະ ພາກສ່ວນກ່ຽວຂ້ອງທັງໝົດ 95 ທ່ານ.

ທ່ານ ສຸລິສັກ ທຳນຸວົງ ໄດ້ກ່າວວ່າ: ວຽກງານພັດທະນາຕະຫຼາດທຶນ ມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ເນື່ອງຈາກວ່າ ຕະຫຼາດທຶນ ເປັນບ່ອນເຕົ້າໂຮມແຫຼ່ງທຶນໄລຍະຍາວຈາກບຸກຄົນ ແລະ ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສະໜອງໃຫ້ແກ່ລັດຖະບານ ແລະ ບັນດາຫົວໜ່ວຍທຸລະກິດຢ່າງມີປະສິດທິພາບ ໂດຍສົມທົບກັບການສະໜັບສະໜຸນແຫຼ່ງທຶນໄລຍະສັ້ນຂອງບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນ. ຕະຫຼາດທຶນ ຍັງປະກອບສ່ວນສ້າງຄວາມໂປ່ງໃສ ແລະ ຄວາມອາດສາມາດແຂ່ງຂັນໃຫ້ແກ່ຫົວໜ່ວຍທຸລະກິດຢ່າງມີປະສິດທິພາບໂດຍສະເພາະແມ່ນບັນດາລັດວິສາຫະກິດ ໂດຍຜ່ານການຈັດຕັ້ງປະຕິບັດຫຼັກການ ແລະ ລະບຽບການວ່າດ້ວຍການບັນຊີ-ກວດສອບ, ການເປີດເຜີຍຂໍ້ມູນຂ່າວສານ, ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຜູ່ບໍລິຫານທີ່ສອດຄອງກັບຫຼັກການຄຸ້ມຄອງບໍລິຫານ (Corporate Governance: “CG”). ນອກຈາກນີ້ ຕະຫຼາດທຶນຍັງຊ່ວຍສ້າງຈິດສຳນຶກກ່ຽວກັບການສະສົມທຶນ ແລະ ສ້າງທາງເລືອກກ່ຽວກັບການລົງທຶນໃຫ້ແກ່ບຸກຄົນ ແລະ ນິຕິບຸກຄົນໃນສັງຄົມ ພ້ອມທັງຊ່ວຍສ້າງເງື່ອນໄຂໃຫ້ແກ່ການເຊື່ອມໂຍງເສດຖະກິດ-ການເງິນກັບສາກົນ.

ກອງປະຊຸມດັ່ງກ່າວ ສຳນັກງານ ຄຄຊ ໄດ້ນຳສະເໜີ ພາບລວມຕະຫຼາດທຶນ ແລະ ລະບຽບການອອກຈຳໜ່າຍຮຸ້ນກູ້ ແລະ ຄະນະຊ່ຽວຊານ ຈາກສະຖາບັນໂນມູຣະ ໄດ້ນຳສະເໜີ ປື້ມຄູ່ມືກ່ຽວກັບຮຸ້ນກູ້. ຈາກນັ້ນ, ບັນດາ ບໍລິສັດຫຼັກຊັບ ໄດ້ນຳສະເໜີພາລະບົດບາດ, ໜ້າທີ່ ແລະ ຜະລິດຕະພັນຂອງແຕ່ລະບໍລິສັດ. ກອງປະຊຸມ ຄັ້ງນີ້ ໄດ້ມີການແລກປ່ຽນຄຳເຫັນຢ່າງກົງໄປກົງມາ ເຮັດໃຫ້ຜູ້ເຂົ້າຮ່ວມສຳມະນາ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽວກັບຮຸ້ນກູ້ ເຮັດໃຫ້ກອງປະຊຸມດັ່ງກ່າວ ປະສົບຜົນສຳເລັດຢ່າງຈົບງາມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.