Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຄະນະກຳມະການຄຸ້ມຄອງຫຼັກຊັບ ຄັ້ງທີ I ປະຈໍາປີ 2016 ໄດ້ເປີດຂຶ້ນໃນທ້າຍເດືອນກຸມພາທີ່ຜ່ານມາ
ວັນທີອອກຂ່າວ: 2016-03-03 15:45:15

ເນື້ີອໃນຂ່າວ:

ກອງປະຊຸມ ຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ I ປະຈໍາປີ 2016 ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 15 ກຸມພາ 2016 ທີ່ຜ່ານມາ ທີ່ຫ້ອງປະຊຸມ ຊັ້ນIV ທະນາຄານແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານ ຂອງ ທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ ຜູ່ຊີ້ນຳວຽກງານເສດຖະກິດມະຫາພາກ ແລະ ບໍລິການ, ປະທານ ຄຄຊ, ພ້ອມດ້ວຍຮອງປະທານ ຄຄຊ, ຄະນະ ຄຄຊ ແລະ ພະນັກງານ ຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ 35 ທ່ານ.

ກອງປະຊຸມ ຄຄຊ ຄັ້ງນີ້ ໄດ້ຮັບຟັງ ແລະ ປະກອບຄໍາເຫັນຕໍ່ການລາຍງານສະຫຼຸບການເຄື່ອນໄຫວວຽກງານ ແລະ ລາຍຮັບ-ລາຍຈ່າຍ ຂອງສໍານັກງານ ຄຄຊ ປະຈໍາປີ 2015 ແລະ ທິດທາງແຜນການປີ 2016, ການປະເມີນການເຄື່ອນໄຫວຊື້-ຂາຍ ແລະ ລາຍຮັບ-ລາຍຈ່າຍ ຂອງຕະຫຼາດຫຼັກຊັບລາວ (ຕລຊລ) ປະຈໍາປີ 2015 ແລະ ທິດທາງແຜນການປີ 2016, ຄວາມຄືບໜ້າຂອງວຽກງານການອອກຈໍາໜ່າຍຫຼັກຊັບ ແລະ ຈົດທະບຽນໃນ ຕລຊລ, ການປັບປຸງສັນຍາຮ່ວມທຶນສ້າງຕັ້ງ ຕລຊລ. ພ້ອມກັນນີ້ ກໍ່ຍັງໄດ້ຄົ້ນຄວ້າ, ພິຈາລະນາຮັບຮອງເອົາ ການປັບປຸງລະບຽບຂອງ ຄຄຊ ຈໍານວນ 2 ສະບັບຄື: ລະບຽບວ່າດ້ວຍການລາຍງານ ແລະ ເປີດເຜີຍຂໍ້ມູນ ສໍາລັບຕະຫຼາດຫຼັກຊັບ ແລະ ລະບຽບວ່າດ້ວຍຄວາມພຽງພໍຂອງທຶນ ຂອງບໍລິສັດຫຼັກຊັບ.

ທ່ານ ດຣ. ບຸນປອນ ບຸດຕະນະວົງ ໄດ້ກ່າວວ່າ: ເພື່ອສູ້ຊົນພັດທະນາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2020, ວຽກງານຫຼັກຊັບ ກໍ່ຖືໄດ້ວ່າເປັນວຽກງານໜຶ່ງທີ່ສໍາຄັນໃນການປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ໃຫ້ນັບມື້ມີການຂະຫຍາຍຕົວເປັນກ້າວໆ. ໃນນັ້ນ ພວກເຮົາຕ້ອງໄດ້ຕັ້ງໜ້າສຸມໃສ່ຈັດຕັ້ງປະຕິບັດ ແຜນຍຸດທະສາດການພັດທະນາຕະຫຼາດທຶນ ຂອງ ສປປ ລາວ ແຕ່ປີ 2016-2025 ທີ່ໄດ້ຮັບຮອງຈາກລັດຖະບານແລ້ວນັ້ນ ໃຫ້ປາກົດຜົນເປັນຈິງ ຊຶ່ງປະກອບມີ 12 ແຜນງານ 38 ໂຄງການ ເພື່ອເຮັດໃຫ້ຕະຫຼາດທຶນ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ມີຄຸນນະພາບ ພ້ອມທັງສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ຄຽງຄູ່ກັນນັ້ນ, ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຫຼັກຊັບ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ, ໃນປີ 2016 ນີ້ ພວກເຮົາຕ້ອງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງນີ້ ດ້ວຍຄວາມຮັບຜິດຊອບສູງ, ມີລະບອບແບບແຜນວິທີເຮັດວຽກຢ່າງຮັດກຸມ ແລະ ມີການປະສານສົມທົບກັນຢ່າງກົມກຽວ ແລະ ເປັນປົກກະຕິຕໍ່ເນື່ອງ, ພ້ອມທັງນໍາຄວາມຄືບໜ້າມານໍາສະເໜີຕໍ່ກອງປະຊຸມ ຄຄຊ ຄັ້ງຕໍ່ໄປ. ມອບໃຫ້ສໍານັກງານ ຄຄຊ ຈັດຕັ້ງປະຕິບັດຕາມແຜນການເຄື່ອນໄຫວວຽກງານ ປະຈໍາປີ 2016 ໃຫ້ມີປະສິດທິຜົນ ແລະ ສໍາເລັດຕາມລະດັບຄາດໝາຍທີ່ໄດ້ວາງໄວ້ ໂດຍມອບໃຫ້ທ່ານຮອງປະທານ ຄຄຊ, ຜູ້ປະຈໍາການ ເປັນຜູ້ຊີ້ນໍາໂດຍກົງ ເພື່ອໃຫ້ບັນດາວຽກຕ່າງໆສາມາດບັນລຸຕາມແຜນການທີ່ວາງໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.