Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ແລະ ສທຄ ຮ່ວມຈັດການແຂ່ງຂັນກິລາມິດຕະພາບຍິງ-ຊາຍ ເພື່ອຮັດແໜ້ນຄວາມສາມັກຄີ
ວັນທີອອກຂ່າວ: 2016-02-16 16:34:01

ເນື້ີອໃນຂ່າວ:

ເພື່ອເປັນການສະເຫຼີມສະຫຼອງຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ເປັນການສ້າງຄວາມສາມັກຄີຮັກແພງໃຫ້ແໜ້ນແຟ້ນຫຼາຍກວ່າເກົ່າ. ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ແລະ ສະຖາບັນການທະນາຄານ (ສທຄ) ໄດ້ຈັດຕັ້ງຂະບວນການແຂ່ງຂັນກິລາມວນຊົນ (ດຶງເຊືອກຍິງ) ແລະ ບານເຕະມິດຕະພາບຊາຍຂຶ້ນ ໃນວັນທີ 10 ກຸມພາ 2016 ທີ່ເດີ່ນກິລາ ສທຄ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າ ສຳນັກງານ ຄຄຊ, ທ່ານ ແສງຈັນ ສີງສະຫວ່າງ ແລະ ທ່ານ ວົງພະຈັນ ແສງສຸວັນ ຮອງຫົວໜ້າ ສທຄ, ພ້ອມດ້ວຍພະນັກງານ ທັງ 2 ພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ການແຂ່ງຂັນກິລາແມ່ນດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ,ມີຄວາມສາມັກຄີຮັກແພງ ແລະ ມີນ້ຳໃຈນັກກິລາ ຮູ້ແພ້ຮູ້ຊະນະ. ຜ່ານການແຂ່ງຂັນເປັນເວລາ 90 ນາທີ ທີມບານເຕະຊາຍ ສຳນັກງານ ຄຄຊ ສາມາດເອົາຊະນະ ທີມບານເຕະຊາຍ ສທຄ ດ້ວຍຄະແນນ 6 ຕໍ່ 5 ແລະ ກິລາມວນຊົນ ທີມຍິງ ສທຄ ເອົາຊະນະ ທີມຍິງ ສຳນັກງານ ຄຄຊ.

ໃນການແຂ່ງຂັນກິລາຄັ້ງນີ້ ທັງສອງຝ່າຍໄດ້ແລກປ່ຽນທຸງກິລາ ແລະ ກິນເຂົ້າ ສາມັກຄີຮ່ວມກັນ ເພື່ອເປັນການຮັດແໜ້ນຄວາມສາມັກຄີ, ມິດຕະພາບຂອງພະນັກງານທັງສອງຝ່າຍຄື ສຳນັກງານ ຄຄຊ ແລະ ສທຄ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.