Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສໍານັກງານ ຄະນະກຳມະຄຸ້ມຄອງຫຼັກຊັບ ຮ່ວມກັບ ຕະຫຼາດຫຼັກຊັບລາວ ແລະ 4 ບໍລິສັດຫຼັກຊັບຮ່ວມຈັດການແຂ່ງຂັນກິລາມິດຕະພາບ
ວັນທີອອກຂ່າວ: 2016-01-21 14:27:27

ເນື້ີອໃນຂ່າວ:

ເພື່ອເປັນການສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ່ແທນທົ່ວປະເທດ ຄັ້ງທີ X ຂອງພັກ ແລະ ສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ທີ່ໃກ້ຈະມາເຖິງ ແລະ ເພື່ອເປັນການສ້າງຄວາມສາມັກຄີຮັກແພງໃຫ້ແໜ້ນແຟ້ນຫຼາຍກວ່າເກົ່າ, ສະນັ້ນ ໃນວັນທີ 15 ມັງກອນ 2016 ສຳນັກງານ ຄະນະກຳມະຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ (ຕລຊລ) ແລະ 4 ບໍລິສັດຫຼັກຊັບ ໄດ້ຈັດຕັ້ງຂະບວນການແຂ່ງຂັນກິລາມິດຕະພາບຂຶ້ນ ທີ່ເດີ່ນ Good life ນະຄອນຫຼວງວຽງຈັນ ຊຶ່ງປະກອບດ້ວຍ 3 ປະເພດກິລາ ຄື: ບານເຕະ (ຊາຍ), ກິລາເປຕັງ (ທີມຍິງ-ຊາຍ), ກິລາຕີດອກປີກໄກ່ (ທີມຍິງ-ຊາຍ), ໂດຍການເຂົ້າຮ່ວມຂອງ ທ່ານ ນ. ສາຍສະໝອນ ຈັກທະຈັກ ຫົວໜ້າສຳນັກງານ ຄຄຊ, ທ່ານ ວັນຄໍາ ວໍຣະວົງ ຜູ່ອໍານວຍການ ຕລຊລ ພ້ອມທັງ, ຜູ່ອໍານວຍການ ທັງ 4 ບໍລິສັດຫຼັກຊັບ ແລະ ພະນັກງານຈາກ 6 ພາກສ່ວນກໍ່ເຂົ້າຮ່ວມດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມ່ວນຊື່ນຮູ້ແພ້ຮູ້ຊະນະ, ຕ່າງຝ່າຍຕ່າງສ້າງບັນຍາກາດ ແລະ ຫຼິ້ນດ້ວຍນ້ຳໃຈນັກກິລາ.

ຜົນຂອງການແຂ່ງຂັນກິລາແມ່ນທີມບານເຕະຊາຍ ສຳນັກງານ ຄຄຊ ຮ່ວມກັບ ຕລຊລ ເອົາຊະນະ ທີມລວມຂອງ 4 ບໍລິ ສັດຫຼັກຊັບ ດ້ວຍຄະແນນ 6 ຕໍ່ 1 ປະຕູ; ກິລາຕີດອກປີກໄກ່ແມ່ນມີການແຂ່ງຂັນທັງໝົດ 3 ຄູ່ ທີມສໍານັກງານ ຄຄຊ ຮ່ວມກັບ ຕລຊລ ເອົາຊະນະ ທີມລວມຂອງ 4 ບໍລິສັດຫຼັກຊັບ ດ້ວຍຄະແນນ 3 ຕໍ່ 0 ຄູ່; ກິລາເປຕັງກໍ່ມີການແຂ່ງຂັນທັງໝົດ 3 ຄູ່ ທີມລວມຂອງ 4 ບໍລິສັດຫຼັກຊັບ ເອົາຊະນະ ທີມສຳນັກງານ ຄຄຊ ຮ່ວມກັບ ຕລຊລ ດ້ວຍຄະແນນ 2 ຕໍ່ 1 ຄູ່.

ໃນການແຂ່ງຂັນກິລາຄັ້ງນີ້ ທັງ 6 ພາກສ່ວນໄດ້ແລກປ່ຽນທຸງກິລາ ແລະ ຊໍ່ດອກໄມ້ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ເຮັດໃຫ້ພະນັກງານໄດ້ມີໂອກາດແລກປ່ຽນໂອ້ລົມເຊິ່ງກັນ ແລະ ກັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.