Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ, ກະຊວງຍຸຕິທຳ ສ.ເກົາຫຼີ ແລະ ຕະຫຼາດຫຼັກຊັບ ສ.ເກົາຫຼີ ໄດ້ຮ່ວມກັນຈັດກອງປະຊຸມວຽກງານຕະຫຼາດທຶນ ຂອງ ສປປ ລາວ ປະຈຳປີ 2015
ວັນທີອອກຂ່າວ: 2015-11-19 13:40:56

ເນື້ີອໃນຂ່າວ:

ໃນວັນທີ 6 ພະຈິກ 2015 ທີ່ຜ່ານ ທີ່ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ຈັດຕັ້ງກອງປະຊຸມວຽກງານຕະຫຼາດທຶນ ຂອງ ສປປ ລາວ ປະຈຳປີ 2015 ຂຶ້ນບົນພື້ນຖານການຮ່ວມມືລະຫວ່າງ ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ), ກະຊວງຍຸຕິທຳ ສ.ເກົາຫຼີ ແລະ ຕະຫຼາດຫຼັກຊັບ ສ.ເກົາຫຼີ ໂດຍການເປັນປະທານ ຂອງທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າສຳນັກງານ ຄຄຊ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ Joengsoo Soh, ຮອງຫົວໜ້າກົມ ຈາກ ກະຊວງຍຸຕິທຳ ສ.ເກົາຫຼີ, ທ່ານ Dae Chun Kim, ຕະຫຼາດຫຼັກຊັບ ສ.ເກົາຫຼີ, ຕລຊລ, ຕ່າງໜ້າຈາກບັນດາກະຊວງ ແລະ ບໍລິສັດ ທີ່ກ້ຽວຂ້ອງເຂົ້າຮ່ວມຢ່າງຕັ້ງໜ້າ.

ກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງທີ່ປວງຊົນລາວທັງຊາດ ກຳລັງກະກຽມການສະເຫລີມສະຫຼອງ 2 ວັນປະຫວັດສາດ ຄື: ວັນຊາດທີ 2 ທັນວາ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ ແລະ ໃນຂະແໜງຕະຫຼາດທຶນເຮົາ ກໍ່ພວມສຸມໃສ່ຜັນຂະຫຍາຍແຜນງານໂຄງການໃນແຜນຍຸດທະສາດພັດທະນາຕະຫຼາດທຶນ ສປປ ລາວ ແຕ່ປີ 2016-2025. ສຳນັກງານ ຄຄຊ, ກະຊວງຍຸຕິທຳ ສ.ເກົາຫຼີ ແລະ ຕະຫຼາດຫຼັກຊັບເກົາຫຼີ ຈຶ່ງໄດ້ຮ່ວມກັນຈັດກອງປະຊຸມສໍາມະນານີ້ຂຶ້ນ ເພື່ອໃຫ້ບັນດານັກສຳມະນາກອນຈາກພາກສ່ວນຕ່າງໆ ໄດ້ຮຽນຮູ້, ແລກປ່ຽນບົດຮຽນ ແລະ ປະສົບການກັບການເຄື່ອນໄຫວງານວຽກຕະຫຼາດທຶນຂອງ ສ.ເກົາຫຼີ ຊຶ່ງເພິ່ນໄດ້ຜ່ານຫຼາຍອຸປະສັກ, ມີບົດຮຽນ ແລະ ປະສົບຜົນສໍາເລັດ ໃນການພັດທະນາຕະຫຼາດທຶນກ່ອນພວກເຮົາ, ອີກດ້ານໜຶ່ງ ສ. ເກົາຫຼີ ກໍ່ຄື ຕະຫຼາດຫຼັກຊັບ ສ.ເກົາຫຼີ ກໍ່ເປັນຄູ່ຮ່ວມທຶນຂອງ ຕລຊລ ເຮົາ.

ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າສຳນັກງານ ຄຄຊ ໄດ້ກ່າວວ່າ: ວຽກງານພັດທະນາຕະຫຼາດທຶນ ມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ເນື່ອງຈາກວ່າ ຕະຫຼາດທຶນ ເປັນບ່ອນເຕົ້າໂຮມແຫຼ່ງທຶນໄລຍະຍາວຈາກບຸກຄົນ ແລະ ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສະໜອງໃຫ້ແກ່ລັດຖະບານ ແລະ ບັນດາຫົວໜ່ວຍທຸລະກິດ ຢ່າງມີປະສິດທິພາບ ໂດຍສົມທົບກັບການສະໜັບສະໜຸນແຫຼ່ງທຶນໄລຍະສັ້ນຂອງບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນ. ຕະຫຼາດທຶນ ຍັງປະກອບສ່ວນສ້າງຄວາມໂປ່ງໃສ ແລະ ຄວາມອາດສາມາດແຂ່ງຂັນໃຫ້ແກ່ຫົວໜ່ວຍທຸລະກິດຢ່າງມີປະສິດທິພາບ ໂດຍສະເພາະ ແມ່ນບັນດາລັດວິສາຫະກິດ ໂດຍຜ່ານການຈັດຕັ້ງປະຕິບັດຫຼັກການ ແລະ ລະບຽບການວ່າດ້ວຍການບັນຊີ-ກວດສອບ, ການເປີດເຜີຍຂໍ້ມູນຂ່າວສານ, ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຜູ້ບໍລິຫານທີ່ສອດຄ່ອງກັບຫຼັກການຄຸ້ມຄອງບໍລິຫານ (Corporate Governance: “CG”). ນອກຈາກນີ້ ຕະຫຼາດທຶນຍັງຊ່ວຍສ້າງຈິດສຳນຶກກ່ຽວກັບການສະສົມທຶນ ແລະ ສ້າງທາງເລືອກກ່ຽວກັບການລົງທຶນໃຫ້ແກ່ບຸກຄົນ ແລະ ນິຕິບຸກຄົນໃນສັງຄົມ ພ້ອມທັງຊ່ວຍສ້າງເງື່ອນໄຂໃຫ້ແກ່ການເຊື່ອມໂຍງເສດຖະກິດ-ການເງິນກັບສາກົນ.

ການພັດທະນາຕະຫຼາດທຶນຢູ່ ສປປ ລາວ ໃນໄລຍະຜ່ານມາເຖິງວ່າໃຊ້ເວລາບໍ່ດົນແຕ່ໄດ້ມີຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານເປັນຕົ້ນແມ່ນ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍຫຼັກຊັບ ແລະ ນິຕິກໍາຈໍານວນໜຶ່ງ, ວິສາຫະກິດຂອງລັດ ແລະ ບໍລິສັດເອກະຊົນຈໍານວນໜຶ່ງ ສາມາດລະດົມທຶນຜ່ານຕະຫຼາດທຶນ, ສະຖາບັນສື່ກາງດ້ານຫຼັກຊັບໄດ້ຮັບການສ້າງຕັ້ງຂຶ້ນ ແລະ ແຜນຍຸດທະສາດພັດທະນາຕະຫຼາດທຶນ ສປປ ລາວ ແຕ່ປີ 2016-2025 ກໍ່ໄດ້ຮັບຮອງເອົາໂດຍລັດຖະບານ ຊຶ່ງເອກະສານດັ່ງກ່າວຈະເປັນບ່ອນອີງໃຫ້ແກ່ການພັດທະນາຕະຫຼາດທຶນຢ່າງມີຈຸດສຸມໃນຊຸມປີຕໍ່ໜ້າ.

ການສໍາມະນາຄັ້ງນີ້ ໄດ້ດໍາເນີນໄປເປັນເວລາເຄິ່ງວັນ ໄດ້ເຮັດໃຫ້ນັກສຳມະນາກອນທີ່ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີຈາກບັນດາວິທະຍາກອນຈາກ ສ.ເກົາຫຼີ ແລະ ໄດ້ມີການແລກປ່ຽນຄວາມຄິດຄວາມເຫັນກັນຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມສໍາມະນາຄັ້ງນີ້ ບັນລຸຜົນສໍາເລັດຕາມຈຸດປະສົງລະດັບຄາດໝາຍ ແລະ ປິດລົງຢ່າງຈົບງາມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.