Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ຮ່ວມກັບ 2 ສະຖາບັນການສຶກ ຈັດກອງປະຊຸມເຜີຍແຜ່ “ການລົງທຶນຢ່າງມືອາຊີບກັບຮຸ້ນ”
ວັນທີອອກຂ່າວ: 2015-10-27 11:09:50

ເນື້ີອໃນຂ່າວ:

ໃນວັນທີ 21 ແລະ 22 ຕຸລາ 2015 ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ໄດ້ຮ່ວມກັບ 2 ສະຖາບັນການສຶກສາ ຄື: ສະຖາບັນການທະນາຄານ ແລະ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດ ຈັດກອງປະຊຸມເຜີຍແຜ່ “ການລົງທຶນຢ່າງມືອາຊີບກັບຮຸ້ນ” ຕາມລຳດັບ ກອງປະຊຸມປະກອບມີຄະນະຜູ້ອຳນວຍການ, ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ, ການຈັດກອງປະຊຸມເຜີຍແຜ່ຢູ່ 2 ສະຖາບັນການສຶກສາດັ່ງກ່າວ ລວມມີຜູ້ເຂົ້າຮ່ວມທັງໝົດ 593 ຄົນ.

ຈຸດປະສົງໃນການຈັດກອງປະຊຸມເຜີຍແຜ່ຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ຄູອາຈານ ແລະ ນັກສຶກສາ ພາຍໃນ 2 ສະຖາບັນການສຶກສາ ກ່ຽວກັບວຽກງານຕະຫຼາດທຶນ ຢູ່ ສປປ ລາວ, ຊຶ່ງສຳ ນັກງານ ຄຄຊ ໄດ້ນຳສະເໜີ ໃນ 3 ຫົວຂໍ້ຍ່ອຍ ຄື: 1). “ຕະຫຼາດທຶນໃນ ສປປ ລາວ”; 2). “ການວາງແຜນການເງິນເພື່ອເປົ້າໝາຍຊີວິດ” ແລະ 3). “ລົງທຶນຢ່າງມືອາຊີບກັບຮຸ້ນ”.

ກອງປະຊຸມເຜີຍແຜ່ຄັ້ງນີ້ ໄດ້ມີການແລກປ່ຽນຄຳເຫັນຢ່າງກົງໄປກົງມາ ເຮັດໃຫ້ຄູອາຈານ ແລະ ນັກສຶກສາ ຈາກ 2 ສະຖາບັນສຶກສາດັ່ງກ່າວ ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນ ໃນ ສປປ ລາວ ເຮັດໃຫ້ກອງປະຊຸມດັ່ງກ່າວ ປະສົບຜົນສຳເລັດຢ່າງຈົບງາມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.