Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ການແຂ່ງຂັນກິລາມິດຕະພາບຍິງ-ຊາຍ ລະຫວ່າງ ສຳນັກງານ ຄຄຊ ແລະ ປທລ
ວັນທີອອກຂ່າວ: 2015-10-20 12:40:18

ເນື້ີອໃນຂ່າວ:

ເພື່ອເປັນການສ້າງຂະບວນການຊົມເຊີຍວັນປະກາດເອກະລາດ ແລະ ສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ວັນທີ 2 ທັນວາ ຄົບຮອບ 40 ປີ ໃນເດືອນ ທັນວາ 2015 ນີ້ ເວົ້າລວມ, ເວົ້າສະເພາະ ແມ່ນເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຄະນະບໍລິຫານງານຊາວໜຸ່ມຮາກຖານ ທະນາຄານແຫ່ງ ສປປ ລາວຄັ້ງທີ III ແລະ ພ້ອມທັງເປັນການສ້າງຄວາມສາມັກຄີຮັກແພງໃຫ້ແໜ້ນແຟ້ນຫຼາຍກວ່າເກົ່າ. ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ແລະ ບໍລິສັດ ປິໂຕຣລ້ຽມ ເທຣດດີ້ງ ມະຫາຊົນ (ປທລ) ໄດ້ຈັດຕັ້ງຂະບວນການແຂ່ງຂັນກິລາບານ ເຕະມິດຕະພາບຍິງ-ຊາຍຂຶ້ນ ໃນວັນທີ 09 ຕຸລາ 2015 ທີ່ເດີ່ນກະແລ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນ. ສາຍສະໝອນ ຈັນທະຈັກ ຮັກສາການຫົວໜ້າ ສຳນັກງານ ຄຄຊ ແລະ ທ່ານ ນ. ດາລີ ພົນເສນາ ຮອງປະທານຄະນະກຳມະການກວດກາພາຍໃນ ບໍລິສັດ ປິໂຕຣລ້ຽມ ເທຣດດີ້ງ ມະຫາຊົນ, ພ້ອມດ້ວຍພະນັກງານ ທັງ 2 ພາກສ່ວນກໍ່ເຂົ້າຮ່ວມດ້ວຍບັນຍາກາດທີ່ເຕັມໄປດ້ວຍສຽງກອງເຊຍຢ່າງມ່ວນຊື່ນ ແລະ ຟົດຟື້ນ.

ການແຂ່ງຂັນກິລາແມ່ນດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ຮູ້ແພ້ຮູ້ຊະນະ, ຕ່າງຝ່າຍຕ່າງສ້າງບັນຍາກາດ ແລະ ຫຼິ້ນດ້ວຍນ້ຳໃຈນັກກິລາ. ສຳລັບຜົນການແຂ່ງຂັນແມ່ນ ທີມບານເຕະຊາຍ ສຳນັກງານ ຄຄຊ ເອົາຊະນະ ທີມບານເຕະຊາຍ ປທລ ດ້ວຍຄະແນນ 8 ຕໍ່ 3 ແລະ ທີມບານເຕະຍິງສຳນັກງານ ຄຄຊ ແມ່ນສະເໝີ ທີມບານເຕະຍິງ ປທລ ດ້ວຍຄະແນນ 0 ຕໍ່ 0.

ໃນການແຂ່ງຂັນກິລາຄັ້ງນີ້ ທັງສອງຝ່າຍໄດ້ແລກປ່ຽນທຸງກິລາ, ມອບຊຸດກິລາໃຫ້ສຳນັກງານ ຄຄຊ ແລະ ຊໍ່ດອກໄມ້ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ເຮັດໃຫ້ພະນັກງານທັງສອງຝ່າຍ ກໍ່ຄື ສຳນັກງານ ຄຄຊ ແລະ ປທລ ໄດ້ມີໂອກາດແລກປ່ຽນໂອ້ລົມກັນ ນອກຈາກວຽກງານວິຊາການແລ້ວ ກໍ່ຍັງມີຂະບວນການແຂ່ງຂັນກິລາ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.