Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ລົງເຜີຍແຜ່ “ການລົງທຶນຢ່າງມືອາຊີບກັບຮຸ້ນ” ຢູ່ 3 ສະຖາບັນການສຶກສາ ໃນນະຄອນຫຼວງວຽງຈັນ.
ວັນທີອອກຂ່າວ: 2015-10-02 14:29:48

ເນື້ີອໃນຂ່າວ:

ເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງຄູອາຈານ ລວມທັງນັກສຶກສາ ໃນສະຖາບັນການສຶກສາຕ່າງໆ ກ່ຽວກັບວຽກງານຕະຫຼາດທຶນ ຢູ່ ສປປ ລາວ ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ໄດ້ຈັດກອງປະຊຸມເຜີຍແຜ່ ໃນຫົວຂໍ້: “ການລົງທຶນຢ່າງມືອາຊີບກັບຮຸ້ນ” ຢູ່ 3 ສະຖາບັນການສຶກສາໃນນະຄອນຫຼວງວຽງຈັນຄື: ວັນທີ 22 ກັນຍາ 2015 ທີ່ວິທະຍາໄລ ຄອມເຊັນເຕີ, ວັນທີ 23 ກັນຍາ 2015 ທີ່ ວິທະຍາໄລ ເສດຖະກິດໄຊພັດທະນາ ແລະ ວັນທີ 24 ກັນຍາ 2015 ທີ່ວິທະຍາໄລ ບຸດວິເສດ ຊຶ່ງມີຄະນະຜູ້ອຳນວຍການ, ຄູອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ. ການຈັດກອງປະຊຸມເຜີຍແຜ່ຢູ່ 3 ສະຖາບັນການສຶກສາດັ່ງກ່າວ ລວມມີຜູ້ເຂົ້າຮ່ວມທັງໝົດ 825 ຄົນ.

ກອງປະຊຸມເຜີຍແຜ່ຄັ້ງນີ້ ສຳນັກງານ ຄຄຊ ແມ່ນໄດ້ນຳສະເໜີ ໃນ 3 ຫົວຂໍ້ຍ່ອຍ ຄື: 1). “ຕະຫຼາດທຶນໃນ ສປປ ລາວ”; 2). “ການວາງແຜນການເງິນເພື່ອເປົ້າໝາຍຊີວິດ” ແລະ 3). “ລົງທຶນຢ່າງມືອາຊີບກັບຮຸ້ນ”.

ຜ່ານການເຜີຍແຜ່ຢູ່ 3 ສະຖາບັນສຶກສາດັ່ງກ່າວນັ້ນ ໄດ້ເຮັດໃຫ້ຄູອາຈານ ແລະ ນັກສຶກສາ ມີຄວາມຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນໃນ ສປປ ລາວ ແລະ ໄດ້ມີການແລກປ່ຽນຄຳເຫັນກັບນັກສຳມະນາກອນຢ່າງຟົດຟື້ນ ເຮັດໃຫ້ກອງປະຊຸມດັ່ງກ່າວ ປະສົບຜົນສຳເລັດຢ່າງຈົບງາມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.