Thursday, 18 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ຄຄຊ ຄັ້ງທີ II ປະຈຳປີ 2015
ວັນທີອອກຂ່າວ: 2015-10-02 14:26:58

ເນື້ີອໃນຂ່າວ:

ກອງປະຊຸມ ຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ II ປະຈໍຳປີ 2015 ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 21 ກັນຍາ 2015 ທີ່ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ທະນາຄານແຫ່ງ ສປປ ລາວ, ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ດຣ. ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ ຜູ່ຊີ້ນຳວຽກງານເສດຖະກິດມະຫາພາກ ແລະ ບໍລິການ, ປະທານ ຄຄຊ, ພ້ອມດ້ວຍຮອງປະທານ ຄຄຊ, ຄະນະ ຄຄຊ ແລະ ພະນັກງານ ຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມທັງໝົດ 29 ທ່ານ.

ທ່ານ ຮອງນາຍົກລັດຖະມົນຕີ ຜູ່ຊີ້ນຳວຽກງານເສດຖະກິດມະຫາພາກ ແລະ ບໍລິຫານ, ປະທານ ຄຄຊ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວວຽກງານຄຸ້ມຄອງຫຼັກຊັບ ໃນໄລຍະທີ່ຜ່ານມາ ເຊິ່ງເຮັດໃຫ້ວຽກງານດັ່ງກ່າວມີຄວາມສະຫງົບ ແລະ ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ. ນັບແຕ່ຕົ້ນປີ 2015 ສຳນັກງານ ຄຄຊ ໄດ້ສືບຕໍ່ເອົາໃຈໃສ່ຄຸ້ມຄອງການເຄື່ອນໄຫວຂອງຜູ້ມີສ່ວນຮ່ວມໃນຕະຫຼາດທຶນດ້ວຍຄວາມຮັບຜິດຊອບສູງ, ນອກນັ້ນ ຍັງໄດ້ສຸມໃສ່ປັບປຸງ ແລະ ສ້າງບັນດາລະບຽບການຕ່າງໆ ເພື່ອເປັນບ່ອນອີງໃນການຄຸ້ມຄອງ ແລະ ພັດທະນາວຽກງານຕະຫຼາດທຶນໃຫ້ຮັດກຸມ ແລະ ທັນສະພາບການ.

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານກ່ຽວກັບການເຄື່ອນໄຫວຊື້-ຂາຍຂອງຕະຫຼາດຫຼັກຊັບລາວ ໄລຍະ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ, ຜົນສຳເລັດການອອກຈຳໜ່າຍຮຸ້ນເພີ່ມທຶນຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ຄວາມຄືບໜ້າໃນການກະກຽມເຂົ້າເປັນສະມາຊິກຂອງອົງການຄຸ້ມຄອງຫຼັກຊັບສາກົນ (IOSCO), ການຮັບຮອງແຜນໂຄງການພັດທະນາລະບົບໄອຊີທີຂອງສຳນັກງານ ຄຄຊ ໄລຍະ 2016-2020. ພ້ອມກັນນີ້, ກໍ່ໄດ້ຄົ້ນຄວ້າພິຈາລະນາຮັບຮອງເອົາລະບຽບຂອງສຳນັກງານ ຄຄຊ ຈໍານວນ 4 ສະບັບ ຄື: “ລະບຽບວ່າດ້ວຍການຄຸ້ມຄອງຜູ້ລົງທຶນຕ່າງປະເທດ ທີ່ເຄື່ອນໄຫວຊື້-ຂາຍຫຼັກຊັບ ຢູ່ ສປປ ລາວ”, “ລະບຽບວ່າດ້ວຍການຮັບຮອງບໍລິສັດ ຈັດລຳດັບຄວາມໜ້າເຊື່ອຖືຕ່າງປະເທດ”, “ລະບຽບວ່າດ້ວຍການຮັບຮອງບໍລິສັດ ປະເມີນມູນຄ່າຊັບສິນ” ແລະ “ລະບຽບວ່າດ້ວຍການເປີດບັນຊີຕາງໜ້າຊື້-ຂາຍຫຼັກຊັບ”.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.