Wednesday, 17 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສະມາຊິກ 3 ອົງການຈັດຕັ້ງ ສຳນັກງານ ຄຄຊ ເຂົ້າຢ້ຽມຊົມຫ້ອງວາງສະແດງວັດຖຸພັນຂອງ ທຫລ
ວັນທີອອກຂ່າວ: 2015-09-04 15:30:18

ເນື້ີອໃນຂ່າວ:

ເພື່ອເປັນການສ້າງຂະບວນການເຄື່ອນໄຫວນອກຫຼັກສູດ ທັງເປັນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຂອງໜ່ວຍງານຊາວໜຸ່ມ ສຳນັກງານ ຄຄຊ ຄັ້ງທີ່ I ແລະ ກອງປະຊຸມໃຫຍ່ຄະນະບໍລິຫານງານຊາວໜຸ່ມຮາກຖານ ທະນາຄານແຫ່ງ ສປປ ລາວ ຄັ້ງທີ່ III ທີ່ຈະຈັດຂຶ້ນໃນທ້າຍປີ 2015 ນີ້. ໃນຕອນເຊົ້າຂອງວັນທີ 03 ກັນຍາ 2015 ຜ່ານມານີ້ ສະມາຊິກ 3 ອົງການຈັດຕັ້ງ ສຳນັງານ ຄຄຊ ຈຳນວນ 21 ສະຫາຍ ໄດ້ໄປຢ້ຽມຊົມຫ້ອງວາງສະແດງວັດຖຸພັນ ຂອງ ທຫລ ເພື່ອເຂົ້າຮ່ວມ ແລະ ຖອດຖອນບົດຮຽນ.

ຜ່ານການເຂົ້າຢ້ຽມຊົມດັ່ງກ່າວ ໄດ້ເຮັດໃຫ້ອ້າຍນ້ອງສະມາຊິກ 3 ອົງການຈັດຕັ້ງ ສຳນັກງານຄຄຊ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນທາງວັດຖຸພັນ ເປັນຕົ້ນແມ່ນເງິນຕາ ໃນແຕ່ລະຍຸກແຕ່ລະສະໄໝ ແລະ ປະຫວັດຄວາມເປັນມາຢ່າງເລິກເຊິ່ງ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.