Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສກບ ຮ່ວມກັບ ສຳນັກງານ ຄຄຊ ຈັດກອງປະຊຸມເຜີຍແຜ່ “ການລົງທຶນຢ່າງມືອາຊີບກັບຮຸ້ນ”
ວັນທີອອກຂ່າວ: 2015-09-04 15:27:28

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 02 ກັນຍາ 2015 ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ)ຮ່ວມກັບ ສູນກາງສະຫະພັນກຳມະບານລາວ (ສກບ) ໄດ້ຈັດກອງປະຊຸມເຜີຍແຜ່ “ການລົງທຶນຢ່າງມືອາຊີບກັບຮຸ້ນ” ທີ່ຫ້ອງປະຊຸມຊັ້ນ IV ສກບ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນ. ຈົງຈິດ ວົງສາ ຫົວໜ້າກົມໂຄສະນາອົບຮົມ, ສກບ ແລະ ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າສຳນັກງານ ຄຄຊ, ພ້ອມດ້ວຍຄະນະນຳ ແລະ ພະນັກງານວິຊາການ ໃນ ສກບ ເຂົ້າຮ່ວມທັງໝົດ 80 ທ່ານ.

ຈຸດປະສົງໃນການຈັດກອງປະຊຸມເຜີຍແຜ່ຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ໃຫ້ແກ່ຜູ້ເຂົ້າຮ່ວມ ຜູ້ທີ່ມີຄວາມສົນໃຈຢາກຮຽນຮູ້ ກ່ຽວກັບວຽກງານຕະຫຼາດທຶນ ຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ. ກອງປະຊຸມເຜີຍແຜ່ຄັ້ງນີ້ ສຳນັກງານ ຄຄຊ ແມ່ນໄດ້ນຳສະເໜີ ໃນ 3 ຫົວຂໍ້ຍ່ອຍ ຄື: 1). “ຕະຫຼາດທຶນໃນ ສປປ ລາວ”; 2). “ການວາງແຜນການເງິນເພື່ອເປົ້າໝາຍຊີວິດ” ແລະ 3). “ລົງທຶນຢ່າງມືອາຊີບກັບຮຸ້ນ”

ຜ່ານການເຜີຍແຜ່ໃຫ້ແກ່ບັນດາພະນັກງານການນຳ ແລະ ວິຊາການທີ່ເຂົ້າຮ່ວມ ກໍ່ໄດ້ມີການແລກປ່ຽນຄຳຄິດເຫັນ ແລະ ຕັ້ງຄຳຖາມເຖິງບັນຫາທີ່ຍັງຂ້ອງໃຈ ເຊັ່ນ: ບໍລິສັດຈົດທະບຽນມີນະໂຍບາຍເງິນປັນຜົນຄືແນວໃດ?, ອົງການປະກັນສັງຄົມ ສາມາດມີສ່ວນຮ່ວມໃນການຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບລາວໄດ້ບໍ່?, ຮຸ້ນລົມ ແລະ ຮຸ້ນໃນຕະຫຼາດຫຼັກຊັບລາວ ແຕກຕ່າງກັນແນວໃດ? ເປັນຫຍັງ ບໍລິສັດເບຍລາວ ແລະ ບໍລິສັດ ລາວໂທລະຄົມ ຈຶ່ງບໍ່ທັນຈົດທະບຽນໃນຕະຫຼາດຫຼັກຊັບ? ແລະ ຄຳຖາມອື່ນໆອີກ ເຊິ່ງ ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າ ສຳນັກງານ ຄຄຊ ກໍ່ໄດ້ອະທິບາຍຊີ້ແຈງໃຫ້ບັນດານັກ ສຳມະນາກອນໄດ້ເຂົ້າໃຈຢ່າງຄົບຖ້ວນ.

ກອງປະຊຸມເຜີຍແຜ່ດຳເນີນໄປເປັນເວລາເຄິ່ງວັນ ໄດ້ເຮັດໃຫ້ພະນັກງານພາຍໃນ ສກບ ມີຄວາມຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນທາງດ້ານວຽກງານການພັດທະນາຕະຫຼາດທຶນໃນ ສປປ ລາວ ແລະ ໄດ້ມີການແລກປ່ຽນຄຳເຫັນຢ່າງຟົດຟື້ນ ເຮັດໃຫ້ກອງປະຊຸມດັ່ງກ່າວ ປະສົບຜົນສຳເລັດຢ່າງຈົບງາມ ແລະ ໄດ້ປິດລົງໃນເວລາ 12:00 ໂມງ ຂອງວັນດຽວກັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.