Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ການແຂ່ງຂັນກິລາມິດຕະພາບ ລະຫວ່າງ ສຳນັກງານ ຄຄຊ ແລະ ສກສ
ວັນທີອອກຂ່າວ: 2015-08-31 10:24:12

ເນື້ີອໃນຂ່າວ:

ເພື່ອເປັນການສ້າງຂະບວນການຊົມເຊີຍວັນລັດຖະທຳມະນູນແຫ່ງຊາດ ແລະ ສະເຫຼີມສະຫຼອງວັນຍຶດອຳນາດ ໃນເດືອນ ສິງຫາ 2015 ນີ້ ເວົ້າລວມ, ເວົ້າສະເພາະ ແມ່ນເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຄະນະບໍລິຫານງານຊາວໜຸ່ມຮາກຖານ ທະນາຄານແຫ່ງ ສປປ ລາວຄັ້ງທີ III ແລະ ພ້ອມທັງເປັນການສ້າງຄວາມສາມັກຄີຮັກແພງໃຫ້ແໜ້ນແຟ້ນຫຼາຍກວ່າເກົ່າ. ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ແລະ ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ (ສກສ) ກະຊວງຍຸຕິທຳ ໄດ້ຈັດຕັ້ງຂະບວນການແຂ່ງຂັນກິລາບານ ເຕະມິດຕະພາບຂຶ້ນ ໃນວັນທີ 26 ສິງຫາ 2015 ທີ່ເດີ່ນທະນົງອາດ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ໄພວີ ສີບົວລິພາ ຫົວໜ້າ ສກສ ແລະ ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າ ສຳນັກງານ ຄຄຊ, ພ້ອມດ້ວຍພະນັກງານ ທັງ 2 ພາກສ່ວນກໍ່ເຂົ້າຮ່ວມດ້ວຍບັນຍາກາດທີ່ເຕັມໄປດ້ວຍສຽງກອງເຊຍຢ່າງມ່ວນຊື່ນ ແລະ ຟົດຟື້ນ.

ການແຂ່ງຂັນກິລາແມ່ນດຳເນີນໄປດ້ວຍບັນຍາກາດຟົດຟື້ນ, ຮູ້ແພ້ຮູ້ຊະນະ, ຕ່າງຝ່າຍຕ່າງສ້າງບັນຍາກາດ ແລະ ຫຼິ້ນດ້ວຍນ້ຳໃຈນັກກິລາ. ສຳລັບຜົນການແຂ່ງຂັນແມ່ນ ທີມ ສກສ ເອົາຊະນະ ທີມສຳນັກງານ ຄຄຊ ດ້ວຍຄະແນນ 7 ຕໍ່ 6.

ໃນການແຂ່ງຂັນກິລາຄັ້ງນີ້ ທັງສອງຝ່າຍກໍ່ໄດ້ແລກປ່ຽນທຸງກິລາ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ເພື່ອເປັນການສ້າງໂອກາດໃຫ້ພະນັກງານທັງສອງຝ່າຍ ໄດ້ພົບປະ ແລະ ແລກປ່ຽນການຮ່ວມມືປະກອບສ່ວນເຂົ້າໃນວຽກງານວິຊາສະເພາະໃນຕໍ່ໜ້າ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.