Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ການແຂ່ງຂັນກິລາມິດຕະພາບ ລະຫວ່າງ ສຳນັກງານ ຄຄຊ ແລະ ກົມຄຸ້ມຄອງທະນາຄານທຸລະກິດ
ວັນທີອອກຂ່າວ: 2015-08-25 13:28:00

ເນື້ີອໃນຂ່າວ:

ເພື່ອເປັນການຊົມເຊີຍວັນລັດຖະທຳມະນູນແຫ່ງຊາດ ແລະ ສະເຫຼີມສະຫຼອງວັນຍຶດອຳນາດ ພ້ອມທັງເປັນການສ້າງຄວາມສາມັກຄີຮັກແພງໃຫ້ແໜ້ນແຟ້ນຫຼາຍກວ່າເກົ່າ ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ແລະ ກົມຄຸ້ມຄອງທະນາຄານທຸລະກິດ ໄດ້ຈັດຕັ້ງຂະບວນການແຂ່ງຂັນກິລາບານເຕະມິດຕະພາບຂຶ້ນ ໃນວັນທີ 21 ສິງຫາ 2015 ທີ່ເດີ່ນຄູນຄຳ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າ ສຳນັກງານ ຄຄຊ ແລະ ທ່ານ ນ. ອ່ອນຈັນ ໄຊຄຳເພັງ ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ, ພ້ອມດ້ວຍພະນັກງານ ທັງ 2 ພາກສ່ວນເຂົ້າຮ່ວມດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ.

ບັນຍາກາດການແຂ່ງຂັນກິລາແມ່ນເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຟົດຟື້ນ, ຮູ້ແພ້ຮູ້ຊະນະ, ຕ່າງຝ່າຍຕ່າງສ້າງບັນຍາກາດ ແລະ ຫຼິ້ນດ້ວຍນ້ຳໃຈນັກກິລາ. ຜົນການແຂ່ງຂັນແມ່ນ ທີມສຳນັກງານ ຄຄຊ ເອົາຊະນະ ທີມກົມຄຸ້ມຄອງທະນາຄານທຸລະກິດ ດ້ວຍຄະແນນ 7 ຕໍ່ 2.

ໃນການແຂ່ງຂັນກິລາຄັ້ງນີ້ ທັງສອງຝ່າຍກໍ່ໄດ້ແລກປ່ຽນທຸງກິລາ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ຍັງໄດ້ສ້າງໂອກາດໃຫ້ພະນັກງານ ທັງສອງຝ່າຍ ໄດ້ມີໂອກາດແລກປ່ຽນໂອ້ລົມກັນ ເພື່ອຮ່ວມມືກັນໃນການປະກອບສ່ວນເຂົ້າວຽກງານວິຊາສະເພາະໃນຕໍ່ໜ້າ.

Indian Desi Village XXX Home Porn Video bf video hindi video bf Rearranging Her Tiny Little Guts BBC porn videos xxxxx video free

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.