Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຄະນະບໍລິຫານງານຊາວໜຸ່ມຮາກຖານ ທຫລ ຮ່ວມກັບ ໜ່ວຍຊາວໜຸ່ມ ສຳນັກງານ ຄຄຊ ຈັດກອງປະຊຸມເຜີຍແຜ່ “ການລົງທຶນຢ່າງມືອາຊີບກັບຮຸ້ນ”
ວັນທີອອກຂ່າວ: 2015-08-25 13:23:55

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 20 ສິງຫາ 2015 ຄະນະບໍລິຫານງານຊາວໜຸ່ມຮາກຖານ ທະນາຄານແຫ່ງ ສປປ ລາວ (ທຫລ) ຮ່ວມກັບ ໜ່ວຍຊາວໜຸ່ມ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ໄດ້ຈັດກອງປະຊຸມເຜີຍແຜ່ “ການລົງທຶນຢ່າງມືອາຊີບກັບຮຸ້ນ” ທີ່ຫ້ອງປະຊຸມຊັ້ນ IV ທຫລ, ໂດຍການເປັນປະທານຂອງ ສະຫາຍ ສຸລິສັກ ທຳນຸວົງ ຮອງຫົວໜ້າສຳນັກງານ ຄຄຊ ແລະ ທັງເປັນຄະນະບໍລິຫານງານຊາວໜຸ່ມ ທຫລ ພ້ອມດ້ວຍສະມາຊິກຊາວໜຸ່ມຈາກບັນດາກົມພາຍໃນ ທຫລ ແລະ ແລະ ທະນາຄານທຸລະກິດ ເຂົ້າຮ່ວມທັງໝົດ 55 ສະຫາຍ.

ຈຸດປະສົງໃນການຈັດກອງປະຊຸມເຜີຍແຜ່ຄັ້ງນີ້ ແມ່ນເພື່ອຂ່ຳນັບຮັບຕ້ອນ 2 ວັນປະຫວັດສາດຂອງ ສປປ ລາວ ທີ່ຈະມາເຖິງ ເວົ້າລວມ, ເວົ້າສະເພາະ ແມ່ນເພື່ອສ້າງຂະບວນການວິຊາສະເພາະ ແລະ ຕ້ອນຮັບກອງປະຊຸມໃຫຍ່ຜູ່ແທນຊາວໜຸ່ມຮາກຖານ ທຫລ.

ກອງປະຊຸມເຜີຍແຜ່ຄັ້ງນີ້ ແມ່ນການນຳສະເໜີໂດຍໜ່ວຍຊາວໜຸ່ມ ສຳນັກງານ ຄຄຊ, ຊຶ່ງໄດ້ບັນຍາຍໃນ 3 ຫົວຂໍ້ຍ່ອຍ ຄື: 1). “ຕະຫຼາດທຶນໃນ ສປປ ລາວ” ໄດ້ຍົກໃຫ້ເຫັນເຖິງພາບລວມຂອງຕະຫຼາດທຶນ ສປປ ລາວ ຕັ້ງແຕ່ເລີ່ມຕົ້ນ (2010) ຈົນເຖິງປະຈຸບັນ ແລະ ຜົນປະໂຫຍດໃນການລະດົມທຶນຜ່ານຕະຫຼາດທຶນ; 2). “ການວາງແຜນການເງິນເພື່ອເປົ້າໝາຍຊີວິດ” ໄດ້ຍົກໃຫ້ເຫັນເຖິງຜົນດີຂອງການປະຢັດເງິນ ແລະ ຂໍ້ດີຂອງການວາງແຜນການເງິນ ແລະ 3). “ການລົງທຶນຢ່າງມືອາຊີບກັບຮຸ້ນ” ໄດ້ອະທິບາຍເຖິງກ່ອນຈະລົງທຶນໃນຮຸ້ນ ຕ້ອງຮູ້ ແລະ ເຂົ້າໃຈກັບບັນຫາພື້ນຖານໃດແດ່.

ຜ່ານການເຜີຍແຜ່ຄັ້ງນີ້ ໄດ້ເຮັດໃຫ້ຊາວໜຸ່ມ ທຫລ ມີຄວາມຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນໃນ ສປປ ລາວ ແລະ ໄດ້ມີການແລກປ່ຽນຄຳເຫັນຢ່າງຟົດຟື້ນ ເຮັດໃຫ້ກອງປະຊຸມດັ່ງກ່າວ ປະສົບຜົນສຳເລັດຢ່າງຈົບງາມ ແລະ ໄດ້ປິດລົງໃນເວລາ 16:30 ໂມງ ຂອງວັນດຽວກັນ.

Indian Desi Village XXX Home Porn Video bf video hindi video bf Rearranging Her Tiny Little Guts BBC porn videos xxxxx video free

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.