Tuesday, 23 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ທົບທວນກ່ຽວກັບລະບຽບການທີ່ກ່ຽວຂ້ອງໃຫ້ແກ່ນັກວິຊາຊີບທຸລະກິດຫຼັກຊັບ
ວັນທີອອກຂ່າວ: 2015-08-21 09:42:53

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນເສົາທີ 15 ສິງຫາ 2015 ທີ່ຜ່ານມາ ທີ່ຫ້ອງປະຊຸມສຳນັກງານ ຄຄຊ ໄດ້ຈັດສຳມະນາທົບທວນກ່ຽວກັບລະບຽບການທີ່ກ່ຽວຂ້ອງໃຫ້ແກ່ນັກວິຊາຊີບທຸລະກິດຫຼັກຊັບ ຄັ້ງທີ່ II ປະຈຳປີ 2015 ຂຶ້ນ ໂດຍການເປັນປະທານ ຂອງທ່ານ ນ. ວຽງດາລີ ສຸພານຸວົງ ຫົວໜ້າພະແນກ ຄຸ້ມຄອງສະຖາບັນສື່ກາງດ້ານຫຼັກຊັບ ສຳນັກ ງານ ຄຄຊ, ໂດຍມີ ນັກວິຊາຊີບທຸລະກິດຫຼັກຊັບ ຈາກບໍລິສັດຫຼັກຊັບ ແລະ ຫ້ອງການຜູ່ຕ່າງໜ້າບໍລິສັດຫຼັກຊັບຕ່າງປະເທດ ເຂົ້າຮ່ວມທັງໝົດ 24 ຄົນ.

ຈຸດປະສົງໃນການຈັດກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອທົບທວນບາງລະບຽບການທີ່ກ່ຽວກັບວຽກງານຕະຫຼາດທຶນໃຫ້ແກ່ນັກວິຊາຊີບທຸລະກິດຫຼັກຊັບສາມາດກຳແໜ້ນ ແລະ ນຳໄປຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ, ຊຶ່ງກອງປະຊຸມສຳມະນາຄັ້ງນີ້ ນັກວິທະຍາກອນ ຈາກສຳນັກງານ ຄຄຊ ໄດ້ເອົາບາງລະບຽບການທີ່ກ່ຽວກັບວຽກງານຕະຫຼາດທຶນມາທົບທວນໃຫ້ແກ່ນັກວິຊາຊີບທຸລະກິດຫຼັກຊັບຄື: “ລະບຽບວ່າດ້ວຍທະນາຄານດູແລຊັບສິນ”, “ລະບຽບວ່າດ້ວຍການບັນຊີ ແລະ ກວດສອບວຽກງານຫຼັກຊັບ”, “ລະບຽບວ່າດ້ວຍຄວາມພຽງພໍຂອງທຶນ” ແລະ “ບົດແນະນຳວ່າດ້ວຍການຈັດຕັ້ງປະຕິບັດລະບຽບວ່າດ້ວຍຄວາມພຽງພໍຂອງທຶນ”.

ຜ່ານການສຳມະນາຄັ້ງນີ້ ໄດ້ເຮັດໃຫ້ນັກສຳມະນາກອນ ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຫຼາຍຂຶ້ນກວ່າເກົ່າກ່ຽວກັບກັບລະບຽບການທີ່ຕິດພັນກັບວຽກງານຕະຫຼາດທຶນ ຂອງ ສປປ ລາວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.