Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ຈັດກອງປະຊຸມເປີດກວ້າງເພື່ອປະກອບຄຳເຫັນໃສ່ “ຮ່າງລະບຽບວ່າດ້ວຍການຄຸ້ມຄອງຜູ່ລົງທຶນຕ່າງປະເທດ ທີ່ເຄື່ອນໄຫວຊື້-ຂາຍຫຼັກຊັບ ຢູ່ ສປປ ລາວ”
ວັນທີອອກຂ່າວ: 2015-08-05 13:53:00

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 03 ສິງຫາ 2015 ທີ່ຫ້ອງປະຊຸມສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດກອງປະຊຸມເປີດກວ້າງເພື່ອປະກອບຄຳເຫັນໃສ່ “ຮ່າງລະບຽບວ່າດ້ວຍການຄຸ້ມຄອງຜູ່ລົງທຶນຕ່າງປະ ເທດ ທີ່ເຄື່ອນໄຫວຊື້-ຂາຍຫຼັກຊັບ ຢູ່ ສປປ ລາວ” ພາຍໃຕ້ການເປັນປະທານຂອງ ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າ ສຄຄຊ, ໂດຍມີ ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນ, ບໍລິສັດກວດສອບ, ທະນາຄານດູແລຊັບສິນ, ບໍລິສັດທີ່ປຶກສາດ້ານກົດໝາຍ ແລະ ພະນັກງານ ພາຍໃນ ສຄຄຊ ເຂົ້າຮ່ວມ ທັງໝົດ 35 ທ່ານ.

ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ແມ່ນເພື່ອປຶກສາຫາລືປະກອບຄວາມຄິດເຫັນໃສ່ “ຮ່າງລະບຽບວ່າດ້ວຍການຄຸ້ມຄອງຜູ່ລົງທຶນຕ່າງປະເທດ ທີ່ເຄື່ອນໄຫວຊື້ຂາຍຫຼັກຊັບ ຢູ່ ສປປ ລາວ”, ຊຶ່ງລະບຽບດັ່ງກ່າວ ແມ່ນການປັບປຸງ “ຂໍ້ຕົກລົງວ່າດ້ວຍລະບຽບການຄຸ້ມຄອງການຊື້-ຂາຍຮຸ້ນຂອງນັກລົງທຶນຕ່າງປະເທດໃນຕະຫຼາດຫຼັກຊັບ ຢູ່ ສປປ ລາວ” ສະບັບເລກທີ: 012/ຄລຕ, ລົງວັນທີ 19 ພຶດສະພາ 2011. ການປັບປຸງຄັ້ງນີ້ ແມ່ນເພື່ອໃຫ້ສອດຄ່ອງກັບ “ກົດໝາຍວ່າດ້ວຍຫຼັກຊັບ” ສະບັບເລກທີ: 21/ສພຊ, ລົງວັນທີ 10 ທັນວາ 2012 ແລະ ເພື່ອເປັນການຮັບປະກັນໃນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ ແລະ ແທດເໝາະກັບສະພາບຕົວຈິງ, ທັງອໍານວຍຄວາມສະດວກໃຫ້ແກ່ການຄຸ້ມຄອງຜູ່ລົງທຶນຕ່າງປະເທດໃນຂົງເຂດວຽກງານຫຼັກຊັບ ໃຫ້ມີການເຄື່ອນໄຫວທີ່ຄ່ອງຕົວຍິ່ງຂຶ້ນ.

ກອງປະຊຸມດັ່ງກ່າວ ໄດ້ດຳເນີນເປັນເວລາເຄິ່ງວັນ ຊຶ່ງຄະນະຮັບຜິດຊອບໄດ້ນຳສະເໜີຮ່າງ ແລະ ຍົກຄຳຖາມເຈາະຈິ້ມໃຫ້ບັນດາຜູ່ເຂົ້າຮ່ວມ ໄດ້ມີການປະກອບຄຳເຫັນຢ່າງກົງໄປກົງມາ ຊຶ່ງເປັນຂໍ້ມູນອັນສຳຄັນໃນການນຳໄປປັບ ປຸງຮ່າງລະບຽບດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນຮັດກຸມ ແລະ ສອດຄ່ອງກັບສະພາບປັດຈຸບັນຂອງຕະຫຼາດທຶນລາວ.

free porn videos free sex videos hindi sex videos desi indian xxx videos German free porn videos arab porn videos Group sex videos 18 years sex Turkish porn videos Amateur porn videos

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.