Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ແລະ ຕລຊລ ສ້າງຂະບວນການແຂ່ງຂັນກິລາດອກປີກໄກ່ມິດຕະພາບ
ວັນທີອອກຂ່າວ: 2015-08-04 14:25:52

ເນື້ີອໃນຂ່າວ:

ເພື່ອເປັນການສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 60 ປີ ແລະ ທັງເປັນການສ້າງຄວາມສາມັກຄີຮັກແພງໃຫ້ແໜ້ນແຟ້ນຫຼາຍກ່ວາເກົ່າ ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ຕະຫຼາດຫຼັກຊັບລາວ (ຕລຊລ) ໄດ້ຈັດຕັ້ງຂະບວນການແຂ່ງຂັນກິລາດອກປີກໄກ່ມິດຕະພາບຂຶ້ນໃນວັນທີ 29 ກໍລະກົດ 2015 ທີ່ເດີ່ນທະນົງອາດ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ວັນຄຳ ວໍລະວົງ ຜູ້ອຳນວຍການໃຫຍ່ ຕລຊລ ແລະ ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າ ສຄຄຊ, ພ້ອມດ້ວຍພະນັກງານ ທັງ 2 ພາກສ່ວນ ດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ.

ບັນຍາກາດການແຂ່ງຂັນກິລາເຕັມໄປດ້ວຍຄວາມມ່ວນຊື່ນ ແລະ ຟົດຟື້, ຮູ້ແພ້ຮູ້ຊະນະ, ຕ່າງຝ່າຍຕ່າງສ້າງບັນຍາກາດ ແລະ ດ້ວຍນ້ຳໃຈນັກກິລາ. ການແຂ່ງຂັນດອກປີກໄກ່ຄັ້ງ ແມ່ນໄດ້ຈັດໃຫ້ມີການແຂ່ງຂັນທັງໝົດ 7 ຄູ່ ຊຶ່ງຜົນການແຂ່ງຂັນແມ່ນທີມ ສຄຄຊ ເອົາຊະນະ ຕລຊລ ດ້ວຍຄະແນນແຂ່ງຂັນ 4 ຕໍ່ 3 ຄູ່.

ໃນການແຂ່ງຂັນກິລາຄັ້ງນີ້ ທັງສອງຝ່າຍກໍ່ໄດ້ແລກປ່ຽນທຸງກິລາ ເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ຍັງໄດ້ສ້າງໂອກາດໃຫ້ພະນັກງານ ສຄຄຊ ແລະ ຕລຊລ ໄດ້ມີໂອກາດແລກປ່ຽນໂອ້ລົມກັນ ເພື່ອຮ່ວມມືກັນປະກອບສ່ວນເຂົ້າໃນວຽກງານພັດທະນາຕະຫຼາດທຶນລາວ ໃຫ້ກ້າວໜ້າຂຶ້ນໄປເລື້ອຍໆ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.