Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ຈັດກອງປະຊຸມເພື່ອປະກອບຄຳເຫັນໃສ່ “ຮ່າງລະບຽບວ່າດ້ວຍລາຍການທີ່ກ່ຽວພັນ”
ວັນທີອອກຂ່າວ: 2015-06-22 08:07:57

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 18 ມິຖຸນາ 2015 ທີ່ຫ້ອງປະຊຸມສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດກອງປະຊຸມເປີດກວ້າງເພື່ອປະກອບຄຳເຫັນໃສ່ “ຮ່າງລະບຽບວ່າດ້ວຍລາຍການທີ່ກ່ຽວພັນ” ໂດຍມີຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ, ບໍລິສັດຈົດທະບຽນ, ທະນາຄານດູແລຊັບສິນ ແລະ ພະນັກງານ ພາຍໃນ ສຄຄຊ ເຂົ້າຮ່ວມ ພາຍໃຕ້ການເປັນປະທານຂອງ ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າ ສຄຄຊ.

ກອງປະຊຸມຄັ້ງນີ້ ແມ່ນຈັດຂຶ້ນເພື່ອເປີດກວ້າງໃຫ້ພາກສ່ວນກ່ຽວຂ້ອງ ໄດ້ປະກອບຄວາມຄິດເຫັນໃສ່ “ຮ່າງລະບຽບວ່າດ້ວຍລາຍການທີ່ກ່ຽວພັນ” ຊຶ່ງ ທ່ານ ໄພວັນ ແສງພະຈັນ ພະນັກງານວິຊາການ ພະແນກຄຸ້ມຄອງການອອກຈຳໜ່າຍຫຼັກຊັບ ໄດ້ກ່າວເຖິງວັດຖຸປະສົງຂອງລາຍການທີ່ກ່ຽວພັນ ແມ່ນ ເພື່ອໃຫ້ແນ່ໃຈໄດ້ວ່າ ລາຍການເຄື່ອນໄຫວທຸລະກິດທີ່ເກີດຂຶ້ນລະຫວ່າງ ບໍລິສັດຈົດທະບຽນ ກັບ ກຸ່ມບໍລິສັດ ຫຼື ບໍລິສັດໃນກຸ່ມ ຫຼື ນິຕິບຸກ ຄົນ, ບຸກຄົນທີ່ມີການຖືຮຸ້ນລະຫວ່າງກັນ, ການຖືຮຸ້ນໄຂ່ວ ລວມເຖິງບຸກຄົນທີ່ເປັນຜູ່ບໍລິຫານ ໄດ້ປະຕິບັດຖືກຕ້ອງຕາມຫຼັກການ, ຂັ້ນຕອນ ແລະ ເປີດເຜີຍຂໍ້ມູນຖືກຕ້ອງ ແນໃສສ້າງຜົນປະໂຫຍດສູງສຸດຂອງບໍລິສັດຈົດທະບຽນ ແລະ ຜູ່ລົງທຶນ. ພ້ອມນັ້ນ ຍັງຈະເປັນການສ້າງຄວາມເຊື່ອໜັ້ນຂອງຜູ່ລົງທຶນຕໍ່ກັບ ສະພາບໍລິຫານ ແລະ ຄະນະອໍານວຍການ ໃນການບໍລິຫານບໍລິສັດຈົດທະບຽນ ໃນການປ້ອງກັນການຖ່າຍໂອນຜົນປະໂຫຍດຊຶ່ງກັນ ແລະ ກັນ ທີ່ອາດສ້າງຄວາມເສັຍຫາຍຕໍ່ຜູ່ລົງທຶນ ກໍຄືຕະຫຼາດທຶນລາວ.

ກອງປະຊຸມດັ່ງກ່າວ ໄດ້ມີການປະກອບຄຳເຫັນຢ່າງກົງໄປກົງມາ ຊຶ່ງເປັນຂໍ້ມູນອັນສຳຄັນໃນການນຳໄປປັບປຸງຮ່າງລະບຽບດັ່ງກ່າວ ເພື່ອໃຫ້ມີເນື້ອໃນຮັດກຸມ ແລະ ສອດຄ່ອງກັບສະພາບປັດຈຸບັນຂອງຕະຫຼາດທຶນລາວ.

free porn videos free sex videos hindi sex videos desi indian xxx videos German free porn videos arab porn videos Group sex videos 18 years sex Turkish porn videos Amateur porn videos

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.