Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ຈັດຝຶກອົບຮົມ ເພື່ອຖອດຖອນບົດຮຽນວຽກງານແກ້ໄຂຂໍ້ຂັດແຍ້ງໃນ ສປປ ລາວ ຮ່ວມກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ
ວັນທີອອກຂ່າວ: 2015-06-18 14:39:19

ເນື້ີອໃນຂ່າວ:

ໃນເດືອນມີນາ ແລະ ເມສາ 2015 ທີ່ຜ່ານມາ ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ຈັດການຝຶກອົບຮົມ ເພື່ອຖອດຖອນບົດຮຽນວຽກງານການແກ້ໄຂຂໍ້ຂັດແຍ່ງໃນ ສປປ ລາວ ຢູ່ທີ່ສຳນັກງານ ຄຄຊ ເຊິ່ງໄດ້ມີການຝຶກອົບຮົມເປັນເວລາ 4 ວັນ ຕັ້ງແຕ່ວັນທີ່ 19 ມີນາ, 20 - 21 ແລະ 27 ເມສາ 2015 ໂດຍມີທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າສຳນັກງານ ຄຄຊ ໃຫ້ກຽດເປັນປະທານ ພ້ອມດ້ວຍນັກວິທະຍາກອນຮັບເຊີນ ແລະ ນັກສຳມະນາກອນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມກວ່າ 30 ທ່ານ.

ການຈັດຝຶກອົບຮົມຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈກ່ຽວກັບ ວຽກງານການແກ້ໄຂຂໍ້ຂັດແຍ່ງ ຂອງ ສປປ ລາວ ໂດຍສະເພາະແມ່ນສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ການແກ້ໄຂຂໍ້ຂັດແຍ່ງວຽກງານຫຼັກຊັບໃນຂອບເຂດອາຊຽນ ເພື່ອຖອດຖອນບົດຮຽນ ແລະ ເປັນບ່ອນອີງໃຫ້ແກ່ນັກສຳມະນາກອນ ໃນການປະຕິບັດວຽກງານຂອງຕົນ ໂດຍສະເພາະແມ່ນການກະກຽມສ້າງກົນໄກການແກ້ໄຂຂໍ້ຂັດແຍ່ງໃນຂົງເຂດວຽກງານຫຼັກຊັບຂອງສຳນັກງານ ຄຄຊ ເຊິ່ງມີຫົວຂໍ້ຄື:

ການແກ້ໄຂຂໍ້ຂັດແຍ່ງທາງດານຫຼັກຊັບໃນຂອບອາຊຽນ, ການດຳເນີນການແກ້ໄຂຂໍ້ຂັດແຍ່ງດ້ວຍການໄກ່ເກ່ຍ ແລະ ຕັດສິນ, ການປະຕິບັດຜົນການແກ້ໄຂຂໍ້ຂັດແຍ່ງ.

ພາລະບົດບາດຂອງໄອຍະການປະຊາຊົນ, ຂັ້ນຕອນການອອກຄຳສັ່ງຂອງໄອຍະການປະຊາຊົນ, ການຕິດຕາມກວດກາການປະຕິບັດກົດໝາຍຂອງອົງການສືບສວນ-ສອບສວນ ແລະ ການສັ່ງຟ້ອງຜູ່ຖືກຫາຂຶ້ນສານ, ການຕິດຕາມກວດກາການປະຕິບັດກົດໝາຍໃນການດຳເນີນຄະດີຂອງສານປະຊາຊົນ.

ພາລະບົດບາດຂອງສານປະຊາຊົນ, ການຄົ້ນຄວ້າ ແລະ ພິຈາລະນາການຕັດສິນຄະດີທີ່ຕິດພັນກັບຄະດີການເງິນ-ການທະນາຄານ, ກໍລະນີສຶກສາກ່ຽວກັບການຄົ້ນຄວ້າ ແລະ ພິຈາລະນາການຕັດສິນຄະດີທີ່ຕິດພັນກັບຄະດີການເງິນ-ການທະນາຄານ, ພາລະບົດບາດຂອງອົງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ການດຳເນີນການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ກໍລະນີສຶກສາກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຄະດີດ້ານການເງິນ-ການທະນາຄານ.

ຄວາມຮູ້ທົ່ວໄປກ່ຽວກັບວຽກງານສຶບສວນ-ສອບສວນ, ຂັ້ນຕອນ, ວິທີການດຳເນີນການສຶບສວນ-ສອບສວນ, ນິຕິກຳກ່ຽວຂ້ອງກັບການສຶບສວນ-ສອບສວນ, ກໍລະນີສຶກສາກ່ຽວກັບການສໍ້ໂກງດ້ານການເງິນ-ການທະນາຄານ. ຈາກນັ້ນ ນັກສຳມະນາກອນ ກໍ່ໄດ້ມີການຖາມ ແລະ ສົນທະນາແລກປ່ຽນບົດຮຽນກ່ຽວກັບຫົວຂໍ້ຢ່າງກົງໄປກົງມາ.

ຜ່ານການຝຶກອົບຮົມຄັ້ງນີ້ ໄດ້ເຮັດໃຫ້ນັກສຳມະນາກອນ ໂດຍສະເພາະ ພະນັກງານວິຊາການ ຂອງສຳນັກງານ ຄຄຊ ໄດ້ເຂົ້າໃຈ ແລະ ຮັບຮູ້ກ່ຽວກັບວຽກງານການແກ້ໄຂຂໍ້ຂັດແຍ່ງ ຂອງ ສປປ ລາວ ໂດຍສະເພາະແມ່ນສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ແລະ ການແກ້ໄຂຂໍ້ຂັດແຍ່ງວຽກງານຫຼັກຊັບ ເພື່ອຈະສ້າງນິຕິກຳຕ່າງໆ ທີ່ກ່ຽວຂ້ອງວຽກງານດັ່ງກ່າວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.