Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ກອງທຶນຮ່ວມ ແລະ ກອງທຶນເພື່ອການລົງທຶນເຂົ້າໃນການພັດທະນາພື້ນຖານໂຄ່ງຮ່າງ ຖືກຈັດຂຶ້ນໂດຍ ສຳນັກງານ ຄຄຊ ຮ່ວມກັບ ກລຕ ໄທ
ວັນທີອອກຂ່າວ: 2015-06-18 14:35:00

ເນື້ີອໃນຂ່າວ:

ໃນວັນທີ 8 ເມສາ 2015 ທີ່ຜ່ານມາ ຢູ່ທີ່ ທະນາຄານແຫ່ງ ສປປ ລາວ ຊັ້ນ IV, ນະຄອນຫຼວງວຽງຈັນ ໄດ້ມີການຈັດກອງປະຊຸມສຳມະນາໃນຫົວຂໍ້: ກອງທຶນຮ່ວມ ແລະ ກອງທຶນເພື່ອການລົງທຶນເຂົ້າໃນການພັດທະນາພື້ນຖານໂຄ່ງຮ່າງ ເຊິ່ງແມ່ນສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ຂອງ ສປປ ລາວ ຮ່ວມກັບ ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບໄທ (ກລຕ) ແຫ່ງ ປະເທດໄທ ຈັດຂຶ້ນ ໂດຍການເປັນປະທານເປີດກອງປະຊຸມ ຂອງທ່ານ ນາງ ສາຍສະໝອນ ຈັນທະຈັກ ຮັກສາການຫົວໜ້າ ສຳນັກງານ ຄຄຊ ແລະ ທ່ານ ນາງ ດວງມົນ ຈຶງສະຖຽນຊັບ ຜູ່ຊ່ວຍເລຂາທິການໃຫຍ່ ກລຕ ແຫ່ງປະເທດໄທ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມກວ່າ 70 ທ່ານ.

ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນເພື່ອເສີມສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມໝາຍ ແລະ ຄວາມສຳຄັນຂອງກອງທຶນຮ່ວມ ແລະ ກອງທຶນເພື່ອການລົງທຶນເຂົ້າໃນການພັດທະນາພື້ນຖານໂຄ່ງຮ່າງ ເຊິ່ງບັນຍາຍໂດຍ ວິທະຍາກອນ ກລຕ ແຫ່ງປະເທດໄທ ໃນຫົວຂໍ້ຕ່າງໆເຊັ່ນ: ກອງທຶນຮ່ວມ ແລະ ບໍລິສັດບໍລິຫານຊັບສິນ, ການພັດທະນາພຶ້ນຖານໂຄງລ່າງ ໂດຍຜ່ານການລະດົມທຶນໃນຕະຫຼາດທຶນ ແລະ ກໍລະນີສຶກສາກ່ຽວກັບກອງທຶນຮ່ວມ ແລະ ກອງທຶນເພື່ອການລົງທຶນເຂົ້າໃນການພັດທະນາພື້ນຖານໂຄ່ງຮ່າງ (TRUE Infrastructure Fund: TRUEIF).

ກອງປະຊຸມດັ່ງກ່າວ ໄດ້ເຮັດໃຫ້ນັກສຳມະນາກອນ ທີ່ເຂົ້າຮ່ວມ ໂດຍສະເພາະ ແມ່ນພະນັກງານໃນສຳນັກງານ ຄຄຊ ໄດ້ຮັບຮູ້ ແລະຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງກອງທຶນຮ່ວມ ແລະ ກອງທຶນເພື່ອການລົງທຶນເຂົ້າໃນການພັດທະນາພື້ນຖານໂຄ່ງຮ່າງ ເຊິ່ງຖືວ່າເປັນບົດຮຽນອັນລ້ຳຄ່າໃຫ້ແກ່ການພັດທະນາກອງທຶນຮ່ວມ ແລະ ກອງທຶນ ເພື່ອການລົງທຶນຢູ່ ສປປ ລາວ ໃນອະນາຄົດ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.