Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຄຄຊ ສປປລາວ ແລະ ຄຄຊ ສປ. ຈີນ ຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນການຮ່ວມມື ປະຈຳປີ 2015
ວັນທີອອກຂ່າວ: 2015-02-19 09:30:21

ເນື້ີອໃນຂ່າວ:

ໃນວັນທີ 13 ກຸມພາ 2015 ທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາ ຄານແຫ່ງ ສປປ ລາວ, ຜູ້ຊີ້ນຳສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຕ້ອນຮັບ ທ່ານ ຫຼິວ ຊິນຫົວ ຮອງປະທານ ຄະນະກຳມະການຄຸ້ມຄອງຫຼັກຊັບ ສປ. ຈີນ ແລະ ຄະນະຜູ້ແທນຈາກ ຄຄຊ ສປ. ຈີນ, ທີ່ໄດ້ເດີນທາງມາຮ່ວມກອງປະຊຸມປຶກສາຫາລືກ່ຽວກັບແຜນການຮ່ວມມື ປະຈຳປີ 2015 ລະຫວ່າງ ຄະນະກຳມະ ການຄຸ້ມຄອງຫຼັກຊັບລາວ (ຄຄຊ ສປປ ລາວ) ແລະ ຄະນະກຳມະການຄຸ້ມຄອງຫຼັກຊັບ ສປ. ຈີນ (ຄຄຊ ສປ. ຈີນ) ທີ່ ສຄຄຊ.

ຈຸດປະສົງກອງປະຊຸມຄັ້ງນີ້ ແມ່ນປຶກສາຫາລືກ່ຽວກັບແຜນການຮ່ວມມື ປະຈຳປີ 2015 ລະຫວ່າງ ຄຄຊ ສປປ ລາວ ແລະ ຄຄຊ ສປ. ຈີນ ເພື່ອເປັນການຍົກສູງບົດບາດການຮ່ວມມືສອງຝ່າຍອີກບາດກ້າວໜຶ່ງ ໃນການຮ່ວມມືໃຫ້ມີປະສິດທິພາບ ແລະ ໜັກແໜ້ນເຂັ້ມແຂງຂຶ້ນຕື່ມ.

ຄຽງຄູ່ກັນນັ້ນ ທັງສອງຝ່າຍກໍ່ໄດ້ສົນທະນາປຶກສາຫາລືບາງເນື້ອໃນຄື: ວຽກງານການສ້າງສູນຮັບຝາກ ແລະ ຊຳລະສະສາງຫຼັກຊັບສະເພາະ, ການສ້າງສູນຝຶກອົບຮົມ ແລະໃຫ້ຄວາມຮູ້ກ່ຽວກັບວຽກງານຫຼັກຊັບ, ການໄປຖອດຖອນບົດຮຽນກ່ຽວກັບວຽກງານຫຼັກຊັບ ແລະ ການພັດທະນາຕະຫຼາດທຶນ ຢູ່ ຄຄຊ ສປ. ຈີນ, ການເຊີນຊ່ຽວຊານ ຈາກ ຄຄຊ ສປ. ຈີນ ມາແລກປ່ຽນບົດຮຽນ ຮ່ວມກັບ ສຄຄຊ ທີ່ນະຄອນ ຫຼວງວຽງຈັນ. ພ້ອມນີ້ ສຄຄຊ ຍັງໄດ້ເຊີນ ຄຄຊ ສປ. ຈີນ ເຂົ້າຮ່ວມກອງປະຊຸມການຮ່ວມມືວຽກງານຕະຫຼາດທຶນລຸ່ມແມ່ນ້ຳຂອງ (Mekhong Capital Markets Coperation : MCMC) ຄັ້ງທີ V ທີ່ຈະຈັດຂຶ້ນຢູ່ ສປປ ລາວໃນກາງປີ 2015 ນີ້, ເພື່ອປຶກສາຫາລືວຽກງານການເຊື່ອມໂຍງຕະຫຼາດທຶນລຸ່ມແມ່ນ້ຳຂອງ ແລະ ການສ້າງຄວາມເຂັ້ມແຂງສຳລັບການຂະຫຍາຍຕົວແບບຢືນຢົງໃນພາກພື້ນ.

ກອງປະຊຸມດັ່ງກ່າວ ແມ່ນດຳເນີນໄປເປັນເວລາເຄິ່ງວັນ ເຊິ່ງການປຶກສາຫາລືຂອງທັງສອງຝ່າຍແມ່ນສາມາດບັນລຸໄດ້ຜົນສຳເລັດຕາມຈຸດປະສົງຕາມລະດັບຄາດໝາຍ. ພ້ອມນັ້ນ ໃນຕອນທ້າຍ ທ່ານ ນ. ສາຍສະໝອນ ຈັນທະຈັກ ຮັກສາການຫົວໜ້າ ສຄຄຊ ໄດ້ສະແດງຄຳຂອບອົກຂອບໃຈ ທ່ານ ຫຼິວ ຊິນຫົວ ພ້ອມດ້ວຍຄະນະ ຄຄຊ ສປ. ຈີນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອວຽກງານຫຼັກຊັບ ຢູ່ ສປປ ລາວຕະຫຼອດມາ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.