Thursday, 18 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຄຄຊ ສສ. ຫວຽດນາມ ຮ່ວມກັບ ຄຄຊ ສປປ ລາວ ຈັດກອງປະຊຸມ ສຳມະນາກ່ຽວກັບ “ການພັດທະນາຕະຫຼາດທຶນ”
ວັນທີອອກຂ່າວ: 2015-02-19 09:26:28

ເນື້ີອໃນຂ່າວ:

ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ສປປ ລາວ ຮ່ວມກັບຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ສສ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາຫົວຂໍ້ “ການພັດທະນາຕະຫຼາດທຶນ” ຢູ່ທີ່ຫໍປະຊຸມແຫ່ງຊາດ (ຫຼັກ 6) ໃນວັນທີ 12 ທັນວາ 2014 ພາຍໃຕ້ການເປັນປະທານໂດຍທ່ານ ດຣ. ບຸນປອນ ບຸດຕະນະວົງ ປະທານຄະ ນະກຳມະການຄຸ້ມຄອງຫຼັກຊັບ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດມະຫາພາກ ແລະ ບໍລິການ. ພ້ອມນັ້ນ, ຍັງມີຄະນະຜູ້ແທນຂອງ ຄຄຊ ສສ.ຫວຽດນາມ ນໍາໂດຍ ທ່ານ ດຣ.ວູບັງ, ປະທານ ຄຄຊ ສສ.ຫວຽດນາມ ແລະ ລັດຖມົນຕີຊ່ວຍວ່າການຈາກກະຊວງ, ພາກສ່ວນກ່ຽວຂ້ອງຂອງຄະນະຜູ້ແທານຝ່າຍລາວເຂົ້າຮ່ວມຢ່າງຕັ້ງໜ້າ.

ຈຸດປະສົງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນ ໃຫ້ແກ່ພາກສ່ວນກ່ຽວຂ້ອງຕ່າງໆ ແນໃສ່ຊຸກຍູ້ການປະກອບສ່ວນເຂົ້າໃນວຽກງານພັດທະນາຕະຫຼາດທຶນຂອງ ສປປ ລາວ ໃຫ້ຫຼາຍຂຶ້ນ ແລະ ແລກປ່ຽນບົດຮຽນຈາກ ຄຄຊ ສສ.ຫວຽດນາມ ໃນຫົວຂໍ້: ① ຄວາມໝາຍຄວາມສຳຄັນ ແລະ ການປະກອບສ່ວນຂອງຕະຫຼາດທຶນຕໍ່ການພັດທະນາເສດຖະກິດສັງຄົມ, ② ການພັດທະນາຕະຫຼາດທຶນຂອງ ສປປ ລາວ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ③ ບົດຮຽນຂອງ ສສ. ຫວຽດນາມ ໃນການພັດທະນາຕະຫຼາດ ທຶນ ໂດຍສະເພາະແມ່ນການພັດທະນາຕະຫຼາດພັນທະບັດ, ແລະ ④ ບົດຮຽນ ຂອງ ສສ. ຫວຽດນາມ ໃນການພັດ ທະນາຕະຫຼາດທຶນ ໂດຍການນຳໃຊ້ຫຼັກການຄຸ້ມຄອງບໍລິຫານ (Corporate Governance) ເຂົ້າໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກບໍລິສັດ. ຈາກນັ້ນ ທັງສອງຝ່າຍກໍ່ໄດ້ມີການຖາມ-ຕອບບັນຫາທີ່ກ່ຽວພັນກັບວຽກງານຕະຫຼາດ ທຶນຂອງສອງປະເທດໂດຍບັນຍາກາດຄຶກຄັກ ແລະ ໄດ້ຮັບໝາກຜົນທີ່ດີ.

ທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຜູ້ຊີ້ນຳສຳນັກງານ ຄຄຊ ສປປ ລາວ ໄດ້ກ່າວໃນບາງຕອນວ່າ: ການພັດທະນາຕະຫຼາດທຶນ ມີຄວາມສໍາຄັນ ແລະ ຈໍາເປັນຢ່າງຍິ່ງຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດ ເນື່ອງຈາກວ່າ ຕະຫຼາດທຶນ ເປັນບ່ອນເຕົ້າໂຮມແຫຼ່ງທຶນໄລຍະຍາວຈາກບຸກຄົນ ແລະ ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງຈັດສັນແຫຼ່ງທຶນດັ່ງກ່າວ ໃຫ້ແກ່ສັງຄົມຢ່າງມີປະສິດທິພາບ ໂດຍສົມທົບກັບການສະໜັບສະໜູນແຫຼ່ງທຶນໄລຍະສັ້ນຂອງບັນດາທະນາຄານທຸລະກິດ. ການພັດທະນາຕະຫຼາດທຶນ ຢູ່ ສປປ ລາວ ໃນໄລຍະຜ່ານມາ ເຖິງວ່າໃຊ້ເວລາບໍ່ດົນ ແຕ່ໄດ້ມີຜົນສໍາເລັດທີ່ພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍຫຼັກກຊັບ ແລະ ນິຕິກໍາຈໍານວນໜຶ່ງ ເພື່ອເປັນບ່ອນອີງຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາການລະດົມທຶນຜ່ານຕະຫຼາດທຶນ; ວິສາຫະກິດຂອງລັດ ແລະ ບໍລິສັດເອກະຊົນຈໍານວນໜຶ່ງ ສາມາດລະດົມທຶນຜ່ານຕະຫຼາດທຶນ ໃນຕົ້ນທຶນທີ່ຕໍ່າກວ່າການກູ້ຢືມຈາກທະນາຄານທຸລະກິດ ເພື່ອນໍາໄປຂະຫຍາຍທຸລະກິດ ແລະ ນໍາໃຊ້ເປັນທຶນໝູນວຽນ; ສະຖາບັນສື່ກາງດ້ານຫຼັກຊັບໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອເຄື່ອນໄຫວໃຫ້ບໍລິການ ແລະ ອໍານວຍຄວາມສະດວກໃຫ້ແກ່ຜູ້ຕ້ອງການແຫຼ່ງທຶນ ແລະ ຜູ້ລົງທຶນ; ແລະ ຫວ່າງບໍ່ດົນມານີ້ ລັດຖະບານກໍ່ໄດ້ຮັບຮອງເອົາແຜນຍຸດທະສາດພັດທະນາຕະຫຼາດທຶນ ສປປ ລາວ ແຕ່ປີ 2016-2025 ຊຶ່ງເອກະສານດັ່ງກ່າວ ຈະເປັນບ່ອນອີງໃຫ້ແກ່ການພັດທະນາຕະຫຼາດທຶນຢ່າງມີ ຈຸດສຸມໃນຊຸມປີຕໍ່ໜ້າ.

ໃນຕອນທ້າຍ ທ່ານຍັງໄດ້ກ່າວຄຳຂອບອົກຂອບໃຈມາຍັງທຸກທ່ານ ທຸກພາກສ່ວນທີ່ໄດ້ເຂົ້າຮ່ວມ ແລະ ປະກອບຄຳຄິດເຫັນຕ່າງໆ ໂດຍສະເພາະແມ່ນທາງ ຄຄຊ ສສ. ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອສຳນັກງານ ຄຄຊ ສປປ ລາວ ໃນຫຼາຍໆດ້ານເປັນຕົ້ນ ໄດ້ໃຫ້ການຊ່ວຍເຫຼືອດ້ານວິຊາການ ໂດຍຮັບເອົາພະນັກງານ ສຳນັກງານ ຄຄຊ ສປປ ລາວ ເຂົ້າຝຶກອົບຮົມສຳມະນາ ຢູ່ ຄຄຊ ສສ. ຫວຽດນາມ ແລະ ຕະຫຼາດຫຼັກຊັບຮ່າໂນ້ຍ, ຈັດສຳມະນາຕ່າງໆໃຫ້ແກ່ພະນັກງານ ແລະ ການນຳຂອງ ສປປ ລາວ ທີ່ຜ່ານມາ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.