Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສະເຫຼີມສະຫຼອງຄົບຮອບ 5 ປີຂອງ ຄຄຊ ດ້ວຍສ້າງຂະບວນການແຂ່ງຂັນກິລາມິດຕະພາບ
ວັນທີອອກຂ່າວ: 2015-02-19 09:23:23

ເນື້ີອໃນຂ່າວ:

ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄົບຮອບ 5 ປີ (25/5/2009-25/5/2014) ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຮ່ວມກັບຕະຫຼາດຫຼັກຊັບລາວ, ກຸ່ມບໍລິສັດຈົດທະບຽນ, ກຸ່ມບໍລິສັດຫຼັກຊັບ ແລະ ກຸ່ມບໍລິສັດກວດສອບ ໄດ້ຈັດຕັ້ງຂະບວນການແຂ່ງຂັນກິລາມິດຕະພາບຂຶ້ນໃນວັນທີ 20 ທັນວາ 2014 ທີ່ເດີ່ນກິລາສະຖາບັນການທະນາຄານ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ຜູ້ຊີ້ນຳວຽກງານຫຼັກຊັບ, ພ້ອມດ້ວຍການນຳ, ນັກກິລາ ແລະ ກອງເຊຍ ແຕ່ລະພາກສ່ວນເຂົ້າຮ່ວມດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ.

ໃນໂອກາດດັ່ງກ່າວ, ທ່ານ ນ. ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ຜູ້ຊີ້ນຳວຽກ ງານຫຼັກຊັບ ກໍ່ໄດ້ໃຫ້ກຽດກ່າວເປີດຂະບວນການແຂ່ງຂັນ ໂດຍທ່ານໄດ້ເນັ້ນວ່າ: ຂະບວນການແຂ່ງຂັນໃນຄັ້ງນີ້ ແມ່ນເພື່ອເປັນການສະເຫຼີມສະຫຼອງ ຄົບຮອບ 5 ປີ ຂອງ ຄຄຊ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງສຳນັກງານ ຄຄຊ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງດ້ານວຽກງານ ຫຼັກຊັບ. ການແຂ່ງຂັນຄັ້ງນີ້ປະກອບ ມີ 4 ປະເພດຄື: ກິລາບານເຕະ, ດອກປີກໄກ່, ເປຕັງ ແລະ ກິລາມວນຊົນ, ຮຽກໃຫ້ນັກກິລາທັງໝົດ ຈົງ ເຊີດຊູນ້ຳໃຈນັກກິລາແຂ່ງຂັນດ້ວຍມິດຕະພາບໄມຕີຈິດ ຫຼີກລ້ຽງການເອົາແພ້ເອົາຊະນະ ແລະ ຮຽກຮ້ອງໃຫ້ ກອງເຊຍ ແລະ ທ່ານຜູ້ມີກຽດເຂົ້າຮ່ວມຄັ້ງນີ້ ຢູ່ຮ່ວມຊົມເຊຍຕັ້ງແຕ່ກົກຮອດປາຍ.

ຜົນການແຂ່ງໃນແຕ່ລະປະເພດ ແລະ ສາຍຕ່າງໆ ເຊິ່ງຜົນອອກມາປະກົດວ່າ ຊະນະເລີດກິລາບານເຕະ ໄດ້ແກ່ທີມກຸ່ມບໍລິສັດຈົດທະບຽນ, ຮອງຊະນະເລີດ ໄດ້ແກ່ກຸ່ມບໍລິສັດກວດສອບ, ການແຂ່ງຂັນກິລາຕີດອກ ປີກໄກ່ ຊະນະ ເລີດໄດ້ແກ່ກຸ່ມບໍລິສັດຫຼັກຊັບ, ຮອງຊະນະເລີດ ໄດ້ແກ່ ສຄຄຊ ປະສົມກັບຕະຫຼາດຫຼັກຊັບລາວ, ການແຂ່ງຂັນກິລາເປຕັງ ຊະນະເລີດແມ່ນກຸ່ມບໍລິສັດຈົດທະບຽນ, ຮອງຊະນະເລີດແມ່ນ ກຸ່ມບໍລິສັດຫຼັກຊັບ ແລະ ການແຂ່ງຂັນກິລາມະ ຫາຊົນ (ດຶງເຊືອກ) ຊະນະເລີດໄດ້ແກ່ກຸ່ມບໍລິສັດຈົດທະບຽນ, ຮອງຊະນະເລີດໄດ້ແກ່ ສຄຄຊ ປະສົມກັບ ຕລຊລ ພ້ອມນັ້ນ ກໍ່ຍັງມີການແຂ່ງຂັນທີມກອງເຊຍອີກ ເຊິ່ງທີມຊະນະເລີດໄດ້ແກ່ ສຄຄຊ ປະສົມກັບຕລຊລ, ຮອງຊະນະເລີດໄດ້ແກ່ ກຸ່ມບໍລິສັດຈົດທະບຽນ.

ຈາກນັ້ນ, ກໍ່ໄດ້ມີການມອບໂລ້ລາງວັນໃຫ້ທີມທີຊະນະເລີດ, ຮອງຊະນະເລີດ ແລະ ມອບຂອງຂວັນຊົມເຊີຍ ແກ່ຄະນະກິລາທີ່ເຂົ້າຮ່ວມ ໂດຍການໃຫ້ກຽດມອບຂອງທ່ານ ນ. ສາຍສະໝອນ ຈັນທະຈັກ ຮອງຫົວໜ້າສຳ ນັກງານ ຄຄຊ, ພ້ອມດ້ວຍການນຳແຕ່ລະພາກສ່ວນຕາມລຳດັບ. ໃນຕອນທ້າຍ ທ່ານ ນ. ສາຍສະໝອນ ຈັນທະຈັກ ຮອງຫົວໜ້າສຳນັກງານ ຄຄຊ ໄດ້ກ່າວປິດ ແລະ ສະແດງຄວາມຮູ້ບຸນຄຸນ ແລະ ຄຳຂອບໃຈອັນລົ້ນເຫຼືອມາຍັງທຸກພາກສ່ວນ ທີ່ໄດ້ສະຫຼະເວລາມາຮ່ວມ ແລະ ໃຫ້ຄວາມສຳຄັນໃນຂະບວນການແຂ່ງຂັນກິລາມິດຕະພາບໃນວັນຄົບຮອບ 5 ປີ ຂອງ ຄຄຊ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.