Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສືບຕໍ່ກອງປະຊຸມເຜີຍແຜ່ “ ກົດໝາຍວ່າດ້ວຍຫຼັກຊັບ ແລະ ວຽກງານຫຼັກຊັບ ” ຢູ່ມະຫາວິທະຍາໄລແຫ່ງຊາດ
ວັນທີອອກຂ່າວ: 2014-12-04 15:41:25

ເນື້ີອໃນຂ່າວ:

ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ “ກົດໝາຍວ່າດ້ວຍຫຼັກຊັບ ແລະ ວຽກງານຫຼັກຊັບ” ຢູ່ມະຫາວິທະຍາໄລແຫ່ງຊາດ, ໃນວັນທີ 25 ພະຈິກ 2014 ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ຮສ. ແສງຈັນ ຈັນທະເສນ ຮອງຄະນະບໍດີ ຄະນະນເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍບັນດາພະນັກງານຄູອາຈານ ແລະ ນັກສຶກສາເຂົ້າຮ່ວມທັງໝົດກວ່າ 300 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ເພື່ອໃຫ້ບັນດາພະນັກງານ, ຄູອາຈານ ແລະ ນັກສຶກສາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດທີ່ເຂົ້າຮ່ວມ ໄດ້ມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບກົດໝາຍວ່າດ້ວຍ ຫຼັກຊັບ ເປັນຕົ້ນແມ່ນການອອກຈຳໜ່າຍຫຼັກຊັບ ແລະ ການເຄື່ອນໄຫວຂອງບໍລິສັດອອກຈຳ ໜ່າຍຫຼັກຊັບ ແລະ ບໍລິສັດຈົດທະບຽນ, ກອງທຶນຮ່ວມ, ສະຖາບັນສື່ກາງດ້ານຫຼັກຊັບ, ຕະຫຼາດຫຼັກຊັບ, ການລາຍງານ, ການເປີດເຜີຍ ແລະ ການເກັບຮັກສາຂໍ້ມູນ, ການສືບສວນ-ສອບສວນຄະດີກ່ຽວກັບຫຼັກຊັບ, ຂໍ້ຫ້າມ, ການແກ້ໄຂຂໍ້ຂັດແຍ່ງ, ອົງການຄຸ້ມຄອງ ແລະ ການກວດກາວຽກງານຫຼັກຊັບ, ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະຖານຕໍ່ຜູ້ລະເມີດ. ນອກນັ້ນ, ນັກສຳມະນາກອນ ກໍ່ໄດ້ຮັບຟັງກ່ຽວກັບການຊື້-ຂາຍຫຼັກຊັບ ວ່າມີຂັ້ນຕອນວິທີການແນວໃດ ຖ້າສົນໃຈຢາກເຂົ້າຮ່ວມຊື້-ຂາຍຫຼັກຊັບໃນຕະຫຼາດຫຼັກຊັບລາວ.

ຜ່ານການເຜີຍແຜ່ ໃຫ້ແກ່ບັນດາຄູອາຈານ ແລະ ນັກສຶກສາທີ່ເຂົ້າຮ່ວມ ກໍ່ໄດ້ມີການແລກປ່ຽນຄຳຄິດເຫັນ ແລະ ຕັ້ງຄຳຖາມເຖິງບັນຫາທີ່ຍັງຂ້ອງໃຈ ເຊັ່ນ: ຖ້າມີບໍລິສັດໃດໜຶ່ງ ຢາກເຂົ້າໄປຂາຍຫຼັກຊັບຕ້ອງມີລັກສະນະພິເສດແນວໃດ? ໃຜເປັນຜູ້ກຳນົດລາຄາຮຸ້ນ? ການປັ່ນຕະຫຼາດໝາຍເຖິງຫຍັງ? ບໍລິສັດໃດໜຶ່ງເຂົ້າຈົດທະບຽນໃນຕະຫຼາດ ຕ້ອງມີເງື່ອນໄຂໃດແດ່? ເຫດຜົນຫຍັງ ຂາຍຮຸ້ນໄປແລ້ວ ຫຼັງຈາກ 2 ວັນ ຈຶ່ງສາມາດຖອນເງິນສົດໄດ້? ຢາກຊື້ຮຸ້ນ ຄວນຊື້ຮຸ້ນໂຕໃດ ແລະ ຈະຊື້ກັບບໍລິສັດໃດດີ? ພວກເຮົາມີຄວາມພ້ອມແນວໃດທີ່ຈະເຂົ້າ AEC? ແລະ ຄຳຖາມອື່ນໆ ເຊິ່ງ ທ່ານ ສຸລິສັກ ທຳນຸວົງ ຮອງຫົວໜ້າສຳນັກງານ ຄຄຊ ກໍ່ໄດ້ອະທິບາຍຊີ້ແຈງໃຫ້ບັນດານັກສຳມະນາກອນໄດ້ເຂົ້າໃຈຢ່າງຄົບຖ້ວນ.

ສັງລວມແລ້ວ ການຈັດຕັ້ງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ຖືວ່າເປັນຄັ້ງທຳອິດ ທີ່ໄດ້ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈເບື້ອງຕົ້ນໃຫ້ແກ່ນັກສຳມະນາກອນພາຍໃນຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ກ່ຽວກັບວຽກງານຫຼັກຊັບ. ຖ້າທ່ານໃດສົນໃຈເພີ່ມຕື່ມໃຫ້ສຶກສາຂໍ້ມູນຂ່າວສານຕ່າງໆ ທີ່ລົງໃນເວັບໄຊທ໌ຂອງ ສຄຄຊ ຄື www.lsc.gov.la

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.