Saturday, 27 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສືບຕໍ່ເຜີຍແຜ່ “ ກົດໝາຍວ່າດ້ວຍຫຼັກຊັບ ແລະ ວຽກງານຫຼັກຊັບ ” ຢູ່ຫໍພິພິຕະພັນໄກສອນພົມວິຫານ
ວັນທີອອກຂ່າວ: 2014-11-20 15:54:42

ເນື້ີອໃນຂ່າວ:

ຫໍພິພິຕະພັນໄກສອນພົມວິຫານ ຮ່ວມກັບ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ “ກົດໝາຍວ່າດ້ວຍຫຼັກຊັບ ແລະ ວຽກງານຫຼັກຊັບ” ຢູ່ຫໍພິພິດຕະພັນໄກສອນພົມວິຫານ, ໃນວັນທີ 17 ພະຈິກ 2014 ໂດຍພາຍໃຕ້ການເປັນປະທານ ຂອງ ທ່ານ ສຸວັນດີ ສີສະຫວັດ ຮອງຫົວໜ້າຫ້ອງວ່າການ ສູນກາງພັກ, ຫົວໜ້າຄະນະຮັບຜິດຊອບຫໍພິພິຕະພັນໄກສອນພົມວິຫານ ພ້ອມດ້ວຍບັນດາພະນັກງານຂັ້ນນຳ-ພະນັກງານ ຫຼັກແຫຼ່ງ ແລະ ວິຊາການເຂົ້າຮ່ວມທັງໝົດ 109 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອໃຫ້ບັນດາພະນັກງານການນຳ ແລະ ວິຊາການພາຍໃນຫໍພິພິຕະພັນໄກສອນພົມວິຫານທີ່ເຂົ້າຮ່ວມ ໄດ້ມີຄວາມຮູ້ ແລະ ເຂົ້າໃຈກ່ຽວກັບກົດໝາຍວ່າດ້ວຍຫຼັກຊັບ ເປັນຕົ້ນການອອກຈຳໜ່າຍ ຫຼັກຊັບ ແລະ ການເຄື່ອນໄຫວຂອງບໍລິສັດ ອອກຈຳໜ່າຍຫຼັກຊັບ ແລະ ບໍລິສັດຈົດທະບຽນ, ກອງທຶນຮ່ວມ, ສະຖາບັນສື່ກາງດ້ານ ຫຼັກຊັບ, ຕະຫຼາດຫຼັກຊັບ, ການລາຍງານ, ການເປີດເຜີຍ ແລະ ການເກັບຮັກສາຂໍ້ມູນ, ການສືບສວນ-ສອບສວນຄະດີກ່ຽວກັບຫຼັກຊັບ, ຂໍ້ຫ້າມ, ການແກ້ໄຂຂໍ້ຂັດແຍ່ງ, ອົງການຄຸ້ມຄອງ ແລະ ການກວດກາວຽກງານຫຼັກຊັບ, ນະໂຍບາຍ ຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະຖານຕໍ່ຜູ້ລະເມີດ. ນອກນັ້ນ, ນັກສຳມະນາກອນກໍ່ໄດ້ຮັບຟັງກ່ຽວກັບການຊື້-ຂາຍຫຼັກຊັບ ວ່າມີຂັ້ນຕອນວິທີການແນວໃດ ຖ້າສົນໃຈຢາກເຂົ້າຮ່ວມຊື້-ຂາຍຫຼັກຊັບໃນຕະຫຼາດຫຼັກຊັບລາວ.

ຜ່ານການເຜີຍແຜ່ ໃຫ້ແກ່ບັນດາພະນັກງານການນຳ ແລະ ວິຊາການທີ່ເຂົ້າຮ່ວມ ກໍ່ໄດ້ມີການແລກປ່ຽນຄຳຄິດເຫັນ ແລະ ຕັ້ງຄຳຖາມເຖິງບັນຫາທີ່ຍັງຂ້ອງໃຈ ເຊັ່ນ: ຢາກລົງທຶນຊື້ຮຸ້ນບໍລິສັດໃດໜຶ່ງ ຈະເບິ່ງຄວາມສ່ຽງແນວໃດ? ການສືບສວນ-ສອບສວນ ໃນການດຳເນີນຄະດີ ກໍ່ມີເຈົ້າໜ້າຕຳຫຼວດເຂົ້ານຳບໍ່? ຖ້າມີການສໍ້ໂກງຕາມກົດໝາຍອາຍາ ໃນມາດຕາ 120 ແລ້ວກົດໝາຍວ່າດ້ວຍຫຼັກຊັບ ມີມາດຕະການແນວໃດແດ່? ການຊື້-ຂາຍຮຸ້ນມີຄວາມສ່ຽງບໍ່? ການປັນຜົນກຳໄລມີການແບ່ງປັນແນວໃດ? ແລະ ຄຳຖາມອື່ນໆ ເຊິ່ງ ທ່ານ ສຸລິສັກ ທຳນຸວົງ ຮອງຫົວ ໜ້າ ສຳນັກງານ ຄຄຊ ກໍ່ໄດ້ອະທິບາຍຊີ້ແຈງໃຫ້ບັນດານັກສຳມະນາກອນໄດ້ເຂົ້າໃຈຢ່າງຄົບຖ້ວນ.

ສັງລວມແລ້ວ ການຈັດຕັ້ງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ຖືວ່າເປັນຄັ້ງທຳອິດ ທີ່ໄດ້ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈເບື້ອງຕົ້ນໃຫ້ແກ່ນັກສຳມະນາກອນພາຍໃນຫໍພິພິຕະພັນໄກສອນພົມວິຫານກ່ຽວກັບວຽກງານຫຼັກຊັບ. ຖ້າທ່ານໃດ ສົນໃຈ ເພີ່ມຕື່ມໃຫ້ສຶກສາຂໍ້ມູນຂ່າວສານຕ່າງໆ ທີ່ລົງໃນເວັບໄຊທ໌ຂອງ ສຄຄຊ ຄື www.lsc.gov.la

Me And My Real Stepsister Watching Indian Porn

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.